ຈີນສະຫຼອງການສິ້ນສຸດ ສົງຄາມໂລກຄັ້ງທີ 2 ຄົບຮອບ 70 ປີ

NjpUs24nCQKx5e1D68VsTXaFM2dmVXIWxpuS9P04glD

ຈີນສະແດງແສນຍານຸພາບທາງທະຫານ ຈັດງານສະຫຼອງຄົບຮອບ 70 ປີ ໄຊຊະນະເໜືອຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ 2 ຢ່າງຍິ່ງໃຫຍ່ ທະຫານທຸກເຫຼົ່າທັບກວ່າໝືນຄົນ ສວນສະໜາມທີ່ຈະຕຸລັດທຽນອັນເໝີນ ລວມທັງການສະແດງເຮືອບິນສູ້ຮົບຫຼາຍເຖິງ 200 ລຳ ພ້ອມເຊີນຜູ້ນຳ ແລະເຈົ້າໜ້າທີ່ລະດັບສູງທົ່ວໂລກ ເຂົ້າຮ່ວມງານຫຼາຍກວ່າ 30 ປະເທດ.

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 3 ກັນຍາ 2015 ນີ້ວ່າ ລັດຖະບານຈີນພາຍໃຕ້ການນຳພາ ຂອງປະທານປະເທດ ສີຈິ້ນຜິງ ຈັດງານສະຫຼອງໄຊຊະນະ ຂອງຈີນ ເໜືອຍີ່ປຸ່ນ ໃນສົງຄາມໂລກຄັ້ງທີ 2 ຄົບຮບ 70 ປີ ຢ່າງຍິ່ງໃຫຍ່ທີ່ສຸດ ໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ບໍລິເວນ ຈະຕຸລັດທຽນອັນເໝີນ ໃນນະຄອນຫຼວງປັກກິ່ງ ໃນຕອນເຊົ້າຂອງມື້ນີ້ ວັນທີ 3 ກັນຍາ ໂດຍມີສວນສະໜາມຂອງທະຫານ ທຸກເຫຼົ່າທັບເຖິງປະມານ 12,000 ຄົນ ການສະແດງເຮືອບິນຮົບນັບ 200 ລຳ ລວມທັງການພາເລດຂອງຂະບວນລົດຕັງ ແລະລົດກບັນທຸກຂີປະນາວຸດ ຈຳນວນຫຼວງຫຼາຍ.

ມີລາຍງານວ່າ ອາວຸດຍຸດໂທປະກອນ ທີ່ຈີນນຳມາສະແດງໃນຄັ້ງນີ້ມີປະມານ 80% ຈາກຈຳນວນຊະນິດອາວຸດທັງໝົດທີ່ມີ, ອາວຸດຫຼາຍຢ່າງແມ່ນຫາກໍເປີດໂຕ ຕໍ່ສາທາລະນະເປັນຄັ້ງທຳອິດ ແລະມີແສນຍານຸພາບພຽງລູກດຽວ ກໍສາມາດຍິງເຮືອບັນທຸກເຮືອບິນຂອງສະຫະລັດ ໃຫ້ມຸ່ນກະຈາຍໄດ້.

BKQKpJhBdRpUtlXJFf3pdryk1QAZUaYAJXL4d4Wz6KyXPkXQ1E03R BKQKpJhBdRpUtlXJFf3pdryk1QAZUbnrsXPOUJtk9yMZwL4lzhYqQ BKQKpJhBdRpUtlXJFf3pdryk1QAZUbQiy5R8c6ufIflkYaZPjyCQ7 BKQKpJhBdRpUtlXJFf3pdryk1QAZUc6QCOssbq5BzfDXNZlNkXBnp BKQKpJhBdRpUtlXJFf3pdryk1QAZUdg17jQM4nvEtzoJnOm99pCzw BKQKpJhBdRpUtlXJFf3pdryk1QAZUdJZKNWl5EQ37CuqNxMPBSHNU BKQKpJhBdRpUtlXJFf3pdryk1QAZUeb9kKKCUeB6RtwljWsVAc7OV BKQKpJhBdRpUtlXJFf3pdryk1QAZUXuOKNvNekJEyIJua4wFmZnvK  EyWwB5WU57MYnKOuXq4IRDdAvUMsiapWj2sN7Arw0bbLMPE4hkVCdk EyWwB5WWE46pmSTjgvr1Qo44L4FqkaE6eDWi7sVLde5iLnjkk5rBq5 EyWwB5WWE46pmSTjgvr1Qo44L4FqkaFu8K9L2v2HVqxIRgxroipVOL EyWwB5WWE46pmSTjgvr1Qo44L4FqkaGuJAlhA3L5C85As3gFSOsp5O NjpUs24nCQKx5e1D68VsTXaFM2dmVXBs7FLDFmp5IO4 NjpUs24nCQKx5e1D68VsTXaFM2dmVXG5z3sHgv2kZms NjpUs24nCQKx5e1D68VsTXaFM2dmVXPWBmbmwMIJfv8 NjpUs24nCQKx5e1D68VsTXaFM2dmVXQ8XPzuLV9ksWT NjpUs24nCQKx5e1D68VsTXaFM2dmVXQgbCuZwsc59Md