ຈີນມີແຜນຈະຫ້າມນຳເຂົ້າສິ່ງເສດເຫຼືອຈາກຕ່າງປະເທດ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ກະຊວງນິເວດວິທະຍາແລະສິ່ງແວດລ້ອມ ກະຊວງການຄ້າ ແລະ ສຳ ນັກງານຄຸ້ມຄອງພາສີ ຂອງ ສປ.ຈີນ ໄດ້ອອກຖະແຫຼງການຮ່ວມທີ່ສຳຄັນທີ່ມີຜົນກະທົບຕໍ່ສະພາບແວດລ້ອມໃນປະເທດຈີນ. ໂດຍລະບຸໃນຖະແຫຼງການວ່າ ຈີນມີແຜນຈະຫ້າມນຳເຂົ້າສິ່ງເສດເຫຼືອຈາກຕ່າງປະເທດ ດ້ວຍຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2021 ເປັນຕົ້ນໄປ.

ຄຳສັ່ງດັ່ງກ່າວລວມທັງການຖີ້ມ, ການເກັບມ້ຽນ ແລະ ການກຳຈັດສິ່ງເສດເຫຼືອຕ່າງປະເທດໃສ່ດິນແດນຈີນແຜ່ນດິນໃຫຍ່. ການເກືອດຫ້າມທັງໝົດແມ່ນມາດຕະການທີ່ເດັດຂາດໃນຫຼາຍນະໂຍບາຍທີ່ມີມາຕັ້ງແຕ່ປີ 2017 ເພື່ອຢຸດການນຳເຂົ້າສິ່ງເສດເຫຼືອຈາກຕ່າງປະເທດ. ໃນທ້າຍປີ 2017 ຈີນໄດ້ຫ້າມການນຳເຂົ້າສິ່ງເສດເຫຼືອ 24 ຊະນິດເຊັ່ນ: ເຈ້ຍທີ່ບໍ່ຖືກຄັດເລືອກ, ແຜ່ນແພ ເປັນຕົ້ນ.

ຈີນໄດ້ເລີ່ມນຳເຂົ້າສິ່ງເສດເຫຼືອເພື່ອນຳມາໃຊ້ເປັນແຫຼ່ງວັດຖຸດິບໃນປີ 1980 ແລະ ເປັນປະເທດທີ່ນຳເຂົ້າສິ່ງເສດເຫຼືອລາຍໃຫຍ່ທີ່ສຸດຂອງໂລກໃນຫຼາຍປີທີ່ຜ່ານມາ ເຖິງແມ່ນວ່າຈີນມີຄວາມສາມາດໃນການກຳຈັັດສິ່ງເສດເຫຼືອທີ່ບາງບໍລິສັດນຳເຂົ້າຈາກຕ່າງປະເທດເພື່ອຫາຜົນກຳໄລແບບຜິດກົດໝາຍກໍ່ຕາມ.

ເນື່ອງຈາກວ່າປະຊາຊົນຈີນໄດ້ຄຳນຶງກ່ຽວກັບບັນຫາສິ່ງແວດລ້ອມຫຼາຍຂຶ້ນ ແລະ ຄວາມສຳເລັດຈາກນະໂຍບາຍການພັດທະນາທີ່ເປັນມິດຕໍ່ສິ່ງແວດລ້ອມຂອງລັດຖະບານ ຈຶ່ງເຮັດໃຫ້ປະລິມານການນຳເຂົ້າຂີ້ເຫຍື້ອຫຼດລົງ ໂດຍປີທີ່ຜ່ານມາຈີນນຳເຂົ້າສິ່ງເສດເຫຼືອ 13,48 ລ້ານໂຕ້ນ, ເຊິ່ງຫຼດຫຼົງຈາກ 2018 ເຊິ່ງມີປະລິມານນໍາເຂົ້າຢູ່ທີ່ 22,63 ລ້ານໂຕ້ນ ແລະ ໃນໄລຍະ 10 ເດືອນທຳອິດຂອງປີ 2020 ຈີນນຳເຂົ້າຂີ້ເຫຍື້ອຫຼຸດລົງ 42,7% ເມື່ອທຽບໃສ່ປີຕໍ່ປີ.

ຮຽບຮຽງຂ່າວ:​ ພຸດສະດີ