ຈີນພ້ອມຕອບໂຕ້ອາເມລິກາຫຼັງ “ທຣໍ້າ” ລົງນາມຄວໍ້າບາດຈີນ

ເວັບໄຊ infoquest ລາຍງານວ່າ ປະທານາທິບໍດີ ໂດນັລ ທຣໍ້າ ປະກາດມາດຕະການລົງໂທດຈີນ ໃນປະເດັນການບັງຄັບໃຊ້ກົດໝາຍຄວາມໝັ້ນຄົງໃໝ່ກັບຮົງກົງ ເຊິ່ງເອື້ອຍອຳນວຍໃຫ້ລັດຖະບານຈີນມີອຳນາດຄວບຄຸມເຂດປົກຄອງຕົນເອງແຫ່ງນີ້ຫຼາຍຂຶ້ນ.

ຜູ້ນຳສະຫະລັດອາເມລິກາໄດ້ລົງນາມໃນກົດໝາຍລົງໂທດຈີນ ເມື່ອວັນທີ 14 ກໍລະກົດ ທີ່ຜ່ານມາ ເຊິ່ງກ່ອນໜ້ານີ້ວຸດທິສະພາສອາເມລິກາມີມະຕິເປັນເອກະສັນຜ່ານຮ່າງກົດໝາຍລົງໂທດທະນາຄານທີ່ເຮັດທຸລະກິດກັບເຈົ້າໜ້າທີ່ທີ່ມີຄວາມກ່ຽວຂ້ອງກັບກົດໝາຍຄວາມໝັ້ນຄົງ ເຊິ່ງຈີນຫາກໍ່ບັງຄັບໃຊ້ກັບຮົງກົງ ກ່ອນສົ່ງຕໍ່ໃຫ້ຜູ້ນຳອາເມລິກາເມື່ອວັນອັງຄານທີ່ຜ່ານມາ.

ໃນລຍະທີ່ຜ່ານມາ ອາເມລິກາ ແລະ ຮົງກົງເຮັດການຄ້າລະຫວ່າງກັນມູນຄ່າກວ່າ 66,000ລ້ານໂດລາ ໃນປີ 2018 ແລະ ຮົງກົງໄດ້ສິດທິພິເສດໃນການຍົກເວັ້ນພາສີຈົນຮອດປັດຈຸບັນນີ້.

ທາງດ້ານກະຊສງການຕ່າງປະເທດຈີນ ໄດ້ອອກຖະແຫຼງການໃນວັນນີ້ວ່າ ລັດຖະບານຈີນຈະໃຊ້ມາດຕະການຄວໍ້າບາດເພື່ອຕອບຕ້ອົງກອນ ແລະ ບຸກຄະລາກອນຂອງອາເມລິກ ຫຼັງຈາກທີ່ຜູ້ນຳອາເມລິກາ ລົງນາມບັງຄັບໃຊ້ກົດໝາຍການຄວໍ້າບາດຕໍ່ຈີນ ແລະ ລົງນາມໃນຄໍາສັ່ງຂອງຝ່າຍບໍລິຫານ ເພື່ອຢຸດຕິການໃຫ້ສະຖານະພິເສດແກ່ຮົງກົງ ເຊິ່ງກະຊວງການຕ່າປະເທດຈີນຖະແຫຼງຂ່າວວ່າ ລັດຖະບານຈີນຈະເດີນໜ້າຄັດຄ້ານການກະທຳຂອງອາເມລິກາຢ່າງເຕັມທີ່ ພ້ອມເຕືອນອາເມລິກາໃຫ້ຢຸດແຊກແຊງກິດຈະການພາຍໃນຂອງຈີນ.

 

ຮຽບຮຽງຂ່າວ: ພຸດສະດີ