ຈີນພົບຜູ້ຕິດເຊື້ອໄຂ້ຫວັດນົກສາຍພັນ H10N3 ໃນມະນຸດເປັນຄັ້ງທໍາອິດ!!!

ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຂອງຈີນໄດ້ເປີດເຜີຍວ່າພົບການຕິດເຊື້ອໄວຣັສໄຂ້ຫວັດນົກສາຍພັນ H10N3 ໃນມະນຸດເປັນຄັ້ງທໍາອິດ. ຜູ້ຕິດເຊື້ອໄວຣັສໄຂ້ຫວັດນົກສາຍພັນ H10N3 ເປັນເພດຊາຍອາຍຸ 41 ປີ ເຊິ່ງໄດ້ເຂົ້າໂຮງໝໍເມື່ອວັນທີ 28 ເມສາ 2021 ທີ່ຜ່ານມາ ດ້ວຍອາການເປັນໄຂ້ ແລະ ມີອາການອື່ນໆຮ່ວມນໍາ ແລະ ຖືໄດ້ວ່າເປັນມະນຸດຄົນທໍາອິດທີ່ໄດ້ຕິດເຊື້ອໄວຣັສໄຂ້ຫວັດນົກ H10N3 ແຕ່ຄະນະກໍາມາທິການສາທາລະນະສຸກແຫ່ງຊາດຂອງຈີນຍັງບໍ່ໄດ້ມີການເປີດເຜີຍເຖິງລາຍລະອຽດວ່າຊາຍຄົນດັ່ງກ່າວໄດ້ຮັບເຊື້ອມາແນວໃດ ແລະ ໜ່ວຍງານສາທາລະນະສຸກໄດ້ເຂົ້າກວດສອບຄົນໃກ້ໂຕຂອງຜູ້ຕິດເຊື້ອດັ່ງກ່າວແລ້ວແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.

ເຊື້ອໄວຣັສໄຂ້ຫວັດນົກ ສາຍພັນ  H10N3 ເປັນເຊື້ອທີ່ມີອາການຮຸນແຮງໜ້ອຍ ໂດຍສາຍພັນຂອງໄຂ້ຫວັດນົກດັ່ງກ່າວແມ່ນມາຈາກໄວຣັສຂອງສັດປີກ ແລະ ໂອກາດການແຜ່ລະບາດຂອງເຊື້ອແມ່ນຢູ່ໃນລະດັບຕໍ່າ. ເຊື້ອໄຂ້ຫວັດນົກທີ່ພົບເຫັນໃນປະເທດຈີນປະກອບມີຫຼາຍສາຍພັນ ແລະ ມີບາງສາຍພັນທີ່ຕິດຕໍ່ໄປສູ່ຄົນເປັນສ່ວນໃຫຍ່ໂດຍສະເພາະຄົນທີ່ເຮັດວຽກຢູ່ໃນຟາມລ້ຽງໄກ່ ແລະ ໃນລະຫວ່າງປີ 2016-2017 ໄດ້ມີຜູ້ຕິດເຊື້ອທີ່ເສຍຊີວິດຈາກໄຂ້ຫວັດນົກສາຍພັນ H7N9 ຫຼາຍເຖິງ 300 ຄົນ.