ຈີນປົດປະທານອິນເຕີໂພລ ອອກຈາກພັກຄອມມູນິດ ແລະ ຕຳແໜ່ງຕ່າງໆ ເພື່ອດຳເນີນຄະດີຮັບສິນບົນ

ຈີນປົດ “ເມິ່ງ ຫົງເຫວີ່ຍ” ອາດີດປະທານອິນເຕີໂພລ ອອກຈາກພັກຄອມມູນິດ ແລະ ປົດອອກຈາກຕຳແໜ່ງ ກຽມດຳເນີນຄະດີຮັບສິນບົນຫຼັງພົບນຳເງິນພາສີໄປໃຊ້ຈ່າຍສ່ວນຕົວຢ່າງຟຸມເຟືອຍ ໃຊ້ອຳນາດໄປໃນທາງບໍ່ຖືກຕ້ອງ ແລະ ບໍ່ເຮັດຕາມຄຳຕັດສິນຂອງພັກ.

ທ້າວ ເມິ່ງ ຫົງເຫວີ່ຍ ເຄີຍດຳລົງຕຳແໜ່ງລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດ ຫາຍຕົວໄປຢ່າງລຶກລັບເມື່ອເດືອນກັນຍາ 2018 ໃນລະຫວ່າງການເດີນທາງຈາກປະເທດຝຣັ່ງກັບມາປະເທດຈີນ ເດືອນຕໍ່ມາລັດຖະບານຈີນໄດ້ແຈ້ງຕໍ່ອົງການຕຳຫຼວດອາຊະຍາກຳລະຫວ່າງປະເທດ ຫຼື ອິນເຕີໂພລ ວ່າ ທ້າວ ເມິ່ງ ລາອອກຈາກຕຳແໜ່ງປະທານອົງກອນນີ້ແລ້ວ ແລະ ຖືກຕັ້ງຂໍ້ຫາຮັບສິນບົນ.

ໃນວັນພຸດທີ 27 ມີນາ 2019 ຄະນະກຳມະການກາງກວດສອບວິໄນຂອງພັກຄອມມູນິດຈີນຖະແຫຼງການວ່າ ທ້າວ ເມິ່ງ ຕົກເປັນຜູ້ຕ້ອງສົງໃສວ່າຮັບສິນບົນ ແລະ ສ້າງຄວາມເສຍຫາຍຮ້າຍແຮງຕໍ່ພາບລັກຂອງພັກ ແລະ ຜົນປະໂຫຍດຂອງປະເທດ ເຂົາຈຶ່ງສົມຄວນຖືກຈັດການຂັ້ນຮຸນແຮງ.

ຄະນະກຳມະການສອບສວນວິໄນກ່າວວ່າໂທດຂອງທ້າວ ເມິ່ງ ປະຕິເສດທີ່ຈະປະຕິບັດຕາມການຕັດສິນໃຈຂອງຜູ້ບໍລິຫານສູນກາງຂອງພັກ ແລະ ໃຊ້ອຳນາດໜ້າທີ່ໂດຍບໍ່ຊອບທຳເພື່ອຜົນປະໂຫຍດສ່ວນຕົວ ທ້າວ ເມິ່ງ ໄດ້ນຳເງິນພາສີຂອງປະຊາຊົນໄປໃຊ້ຢ່າງເມົາມົວ ແລະ ຟຸມເຟືອຍເພື່ອສະໜອງການໃຊ້ຊີວິດທີ່ຫຼູຫຼາຂອງຄອບຄົວເຂົາ.

ຄຳຖະແຫຼງການຍັງລະບຸອີກວ່າ ທ້າວ ເມິ່ງໃຊ້ຕຳແໜ່ງໜ້າທີ່ເຂົາຊ່ວຍເຫຼືອພັນລະຍາໃຫ້ໄດ້ວຽກເຮັດ ແລະ ຍັງຮັບຊັບສົມບັດຈຳນວນມະຫາສານຈາກບຸກຄົນອື່ນຢ່າງຜິດກົດໝາຍແລກກັບການຊ່ວຍເຫຼືອ ດ້ວຍການເລື່ອນຕຳແໜ່ງ ແລະ ຍ້າຍວຽກ ພ້ອມຊ່ວຍໃຫ້ການດຳເນີນງານຂອງບໍລິສັດ.

ພັກຄອມມູນິດໄດ້ປົດໃຫ້ເຂົາພົ້ນອອກຈາກສະມາຊິກພັກ ລວມເຖິງຕຳແໜ່ງໜ້າທີ່ອື່ນໆ ທັງໝົດ ແລະ ຄະດີຂອງເຂົາຖືກສົ່ງຕໍ່ໃຫ້ເຈົ້າໜ້າທີ່ຝ່າຍກົດໝາຍດຳເນີນຄະດີແລ້ວ.

 

 

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: sanook