ຈີນປະກາດຂະຫຍາຍເວລາຊ້ອມຮົບອ້ອມເກາະໄຕ້ຫວັນ

0
730

ຈີນປະກາດຂະຫຍາຍເວລາຊ້ອມຮົບຮອບເກາະໄຕ້ຫວັນ ຈາກແຕ່ເກົ່າທີ່ຈະສິ້ນສຸດໃນວັນອາທິດທີ່ຜ່ານມານີ້ ເຊິ່ງຈະມີການຊ້ອມຕໍ່ຕ້ານເຮືອດຳນ້ຳຕື່ມອີກ.

ສຳນັກຂ່າວ ເອພີ ໄດ້ລາຍງານວ່າ: ໃນວັນຈັນ ວັນທີ 8 ສິງຫາ 2022 ກອງບັນຊາການພາກຕະເວັນອອກຂອງກອງທັບປົດປ່ອຍປະຊາຊົນຈີນ ປະກາດຂະຫຍາຍເຝິກຊ້ອມທາງທະຫານໃນນ່ານນ້ຳຮອບເກາະໄຕ້ຫວັນຕື່ມອີກ ຈາກແຕ່ເກົ່າທີ່ຈະສິ້ນສຸດໃນວັນອາທິດທີ່ຜ່ານມານີ້, ເຊິ່ງເຮັດໃຫ້ເກີດຄວາມກັງວົນເລື່ອງເສັ້ນທາງການຂົນສົ່ງສິນຄ້າທາງນ້ຳ ແລະ ທາງທະເລ ທີ່ມີຄວາມສຳຄັນຕໍ່ການຄ້າລະດັບໂລກຫຼາຍ.

ການເຝິກຊ້ອມທີ່ຂະຫຍາຍອອກໄປ ຈະລວມເຖິງການເຝິກຊ້ອມເຮືອດຳນ້ຳເພື່ອຮັບມືກັບອະນາຄົດ ນອກຈາກນັ້ນຍັງມີການຊ້ອມຍິງຈະລວດມິສໄຊ, ສົ່ງເຮືອບິນ ແລະ ເຮືອບິນຮົບຂ້າມເສັ້ນເຄິ່ງກາງໃນຊ່ອງແຄບໄຕ້ຫວັນ ເພື່ອເປັນການຕອບໂຕ້ການເດີນທາງຢ້ຽມຢາມໄຕ້ຫວັນຂອງ ແນນຊີ ເພໂລຊີ ປະທານສະພາອາເມຣິກາ ໃນອາທິດແລ້ວນີ້, ເຊິ່ງຈີນເບິ່ງວ່າເປັັນການສະໜັບສະໜູນການແຍກຕົວເປັນອິດສະຫຼະຂອງໄຕ້ຫວັນ.

ໂດຍກະຊວງປ້ອງກັນປະເທດໄຕ້ຫວັນໄດ້ລະບຸວ່າ ສາມາດກວດພົບເຮືອບິນຮົບຂອງຈີນທີ່ມາຊ້ອມຮົບຫຼາຍເຖິງ 66 ລຳ ແລະ ເຮືອຮົບອີກ 14 ລຳ ເຊິ່ງເຮັດໃຫ້ໄຕ້ຫວັນກໍຕ້ອງໄດ້ກຽມກອງທັບ ແລະ ປະຈຳການເຮືອ ເຮືອບິນ ແລະ ອື່ນໆ ເພື່ອສັງເກດການ.