ຈີນຕັ້ງເປົ້າຂຶ້ນສຳຫລວດດາວອັງຄານ ແລະ ດາວພະຫັດ ເປັນຄັ້ງທຳອິດ ພາຍໃນປີ 2020

ສຳນັກຂ່າວຊິນຮວາຂອງຈີນ ລາຍງານໃນວັນທີ 31 ມັງກອນຜ່ານມານີ້ວ່າ ທ່ານ ອູ໋ ຢຽນຮວາ ຮອງຜູ້ອຳນວຍການ ອົງການບໍລິຫານອະວະກາດແຫ່ງຊາດຈີນ ໄດ້ເປີດເຜີຍທິດທາງການສຳຫລວດອະວະກາດຂອງຈີນໃນອະນາຄົດ ໂດຍລະບຸວ່າ ຈີນກຽມສົ່ງຍານອະວະກາດ ຂຶ້ນສຳຫລວດດາວອັງຄານ ໃນປີ 2020 ແລະ ຈະດຳເນີນການສຳຫລວດ ດາວພະຫັດ ຖັດຈາກນັ້ນ.  ການສຳຫລວດດາວອັງຄານຄັ້ງນີ້ ຈະເປັນຄັ້ງທຳອິດຂອງຈີນ ໂດຍມີຈຸດປະສົງເພື່ອສຳຫລວດບັນຍາກາດ ອ້ອມຮອບດາວອັງຄານ, ຫລັງຈາກນັ້ນ ກໍຈະມີການສົ່ງຍານອະວະກາດ ໄປສຳຫລວດດາວອັງຄານອີກເທື່ອໜຶ່ງ ເພື່ອສຳຫລວດລັກສະນະ ແລະ ສ່ວນປະກອບຂອງພື້ນຜິວດາວອັງຄານ.

ທັງນີ້ ຈີນຕັ້ງເປົ້າກ້າວຂຶ້ນເປັນມະຫາອຳນາດດ້ານອະວະກາດ ພາຍໃນປີ 2030 ໂດຍໃນໄລຍະຜ່ານມາ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ຮຽກຮ້ອງໃຫ້ເພີ່ມທະວີພາລະກິດທາງອະວະກາດ ເພື່ອກ້າວຂຶ້ນສູ່ຕຳແໜ່ງມະຫາອຳນາດທາງອະວະກາດ ຂອງປະເທດຈີນໃນອະນາຄົດອັນໃກ້ນີ້.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!