ຈີນຈຳກັດເວລາຫຼິ້ນ TikTok ເວີຊັ່ນ Douyin ສຳລັບເດັກອາຍຸຕໍ່າກວ່າ 14 ປີ

ເວັບໄຊ BBC ລາຍງານ: ພາກສ່ວນກ່ຽວຂ້ອງຂອງຈີນໄດ້ອອກລະບຽບໃໝ່ໃນການຈຳກັດເວລາຫຼິ້ນ TikTok ເວີຊັ່ນ Douyin ສຳລັບເດັກອາຍຸຕໍ່າກວ່າ 14 ປີ ໂດຍຈະຈຳກັດເວລາການໃຊ້ງານແພລດຟອມສຳລັບເດັກໄວ້ທີ່ 40 ນາທີຕໍ່ວັນ.

ການປະຕິບັດກົດລະບຽບດັ່ງກ່າວສືບເນື່ອງມາຈາກທາງການຈີນໄດ້ອອກກົດໃໝ່ໃນການປາບປາມການນຳໃຊ້ເຕັກໂນໂລຊີຂອງໄວຮຸ່ນຈີນ ຂະນະທີ່ການຈຳກັດເວລາຫຼິ້ນ TikTok ເວີຊັ່ນ Douyin ສຳລັບເດັກຄັ້ງນີ້ ຈະໄດ້ມີການກວດສອບສິດການນຳໃຊ້ ໂດຍຕ້ອງປ້ອນຊື່ແທ້ຂອງຜູ້ຫຼິ້ນ ພ້ອມລະບຸຜູ້ທີ່ສາມາດເຂົ້າເຖິງໄດ້ແບບອັດຕະໂນມັດ ໃນຊ່ວງເວລາ 6:00 ໂມງເຊົ້າ ເຖິງ 10:00 ໂມງແລງ.

ອີງຕາມຂໍ້ຕົກລົງຜູ້ໃຊ້ Douyin ໃນໃນແພລດຟອມເບື້ອງຕົ້ນນັ້ນ ແມ່ນບໍ່ມີການຈຳກັດອາຍຸຂັ້ນຕໍ່າ ແຕ່ຜູ້ໃຊ້ທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງຕາມກົດໝາຍ ໂດຍອ້າງວ່າ ຊ່ວງສາມປີຜ່ານມາຈຳນວນເວລາທີ່ໄວຮຸ່ນຈີນໃຊ້ກັບການຫຼິ້ນອິນເຕີເນັດແມ່ນເພີ່ມຫຼາຍຂຶ້ນ ເຊິ່ງສົ່ງຜົນຕໍ່ສຸຂະພາບທາງຮ່າງກາຍ ແລະຈິດໃຈຂອງພວກເຂົາ.