ຈີນຄອງອັນດັບ 1 ປະເທດທີ່ມີມາດຕະການຮັບມືໂຄວິດ-19 ໄດ້ດີທີ່ສຸດໃນໂລກ

ສຳນັກຂ່າວຊິນຫົວລາຍງານວ່າ ຜົນການສຳຫຼວດທົ່ວໂລກທີ່ມີການເຜີຍແຜ່ໃນວັນທີ 6 ພຶດສະພາ ທີ່ຜ່ານມາ ພົບວ່າປະຊາຊົນຈີນເພິ່ງພໍໃຈຕໍ່ມາດຕະການຮັບມືວິກິດການລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ຂອງລັດຖະບານຈີນທີ່ສຸດ ໃນຂະນະທີ່ປະຊາຊົນໃນກຸ່ມປະເທດຕາເວັນຕົກກັບຮູ້ສຶກວ່າລັດຖະບານຂອງຕົນເຮັດຜົນງານໄດ້ບໍ່ດີເທົ່າທີ່ຄວນ.

ການສຳຫຼວດຮ່ວມກັນໂດຍ ແບລັກບັອກ ຣີເສີດ (Blackbox Research) ບໍລິສັດວິໄຈທາງສັງຄົມຊັ້ນນຳຂອງສິງກະໂປ ແລະ ໂທລູນາ (Toluna) ບໍລິສັດເທັກໂນໂລຢີ ໄດ້ສຳຫຼວດຄວາມຮູ້ສຶກຂອງປະຊາຊົນຈາກ 23 ປະເທດ ແລະ ພູມມິພາກ ທີ່ມີຕໍ່ຄວາມພະຍາມຍາມໃນການຈັດການວິກິດການລະບາດຂອງໂຄວິດ-19 ຂອງປະເທດຕົນເອງ ໂດຍອ້າງອີງໃສ່ຕົວຊີວິດວັດ 4 ຫົວຂໍ້ຄື: ພາວະຜູ້ນຳທາງການເມືອງລະດັບຊາດ, ພາວະຜູ້ນຳລະດັບອົງກອນ, ປະຊາຄົມ ແລະ ສື່ມວນຊົນ.

ຜົນສຳຫຼວດໄດ້ພົບວ່າ ປະເທດຈີນຄອງອັນດັບໜຶ່ງດ້ວຍຄະແນນ 85 ຄະແນນ, ຫວຽດນາມໄດ້ອັນດັບ 2 ດ້ວຍຄະແນນ 77 ຄະແນນ ຕາມມາດ້ວຍສະຫະລັດອາຫຼັບເອມິເຣດ ແລະ ອິນເດຍ ໄດ້ 59 ຄະແນນ, ໃນຂະນະທີ່ນິວຊີແລນໄດ້ 56 ຄະແນນ ເຊິ່ງເປັນປະເທດທາງຝັ່ງຕະເວັນຕົກປະເທດດຽວທີ່ມີຄະແນນດັດຊະນີສູງກວ່າຄ່າສະເລ່ຍທົ່ວໂລກ ເຊິ່ງຢູ່ທີ່ 45 ຄະແນນ ນັ້ນໝາຍຄວາມວ່າປະຊາຊົນສ່ວນໃຫຍ່ໃນປະເທດຕະເວັນຕົກບໍ່ມີຄວາມເພິ່ງພໍໃຈໃນການດຳເນີນງານຂອງປະເທດຕົນ.

ສຳລັບປະເທດອາເມລິກາ, ອົດສະຕາລີ, ອິຕາລີ, ເຢຍລະມັນ, ອັງກິດ ແລະ ຝຣັ່ງ ເປັນກຸ່ມປະເທດທີ່ມີຄະແນນຕໍ່າກວ່າຄ່າສະເລ່ຍທົ່ວໂລກ ເຊິ່ງປະເທດຝຣັ່ງມີຄະແນນຕໍ່າທີ່ສຸດໃນພູມມິພາກ ແລະ ຕໍ່າທີ່ສຸດເປັນອັນດັບສອງຂອງໂລກດ້ວຍຄະແນນດັດຊະນີ 26 ຄະແນນ ໃນຂະນະທີ່ຍີ່ປຸ່ນຄອງອັນດັບສຸດທ້າຍໄດ້ພຽງ 16 ຄະແນນ.

 

ຮຽບຮຽງຂ່າວ: ພຸດສະດີ