ຈີນກຽມເປີດນຳໃຊ້ ເສັ້ນທາງລົດໄຟຄວາມໄວສູງ ສາຍຍາວທີ່ສຸດໃນໂລກ!

 

ແດນມັງກອນ ນັບຖອຍຫລັງຈູດພຸເພື່ອສະຫລອງເສັ້ນທາງລົດໄຟຄວາມໄວສູງ ສາຍຍາວທີ່ສຸດໃນໂລກ ເຊື່ອມດິນແດນ

ອັນຫ່າງໄກທາງພາກຕາເວັນຕົກກັບນະຄອນຫລວງປັກກິ່ງ.

 

ເສັ້ນທາງລົດໄຟຄວາມໄວສູງ ຫລັນໂຈວ-ຊິນຈຽງ ສາຍທຳອິດຂອງເຂດປົກຄອງຕົນເອງຊິນຈຽງ ຊົນຊາດອຸຍກູ ເຊິ່ງເລີ່ມ

ກໍ່ສ້າງມາຕັ້ງແຕ່ປີ 2009 ຈະເປີດໃຫ້ບໍລິການແກ່ປະຊາຊົນ ແລະ ນັກທ່ອງທ່ຽວໃນກາງເດືອນຕຸລານີ້ ໂດຍເຊື່ອມຕໍ່ການ

ເດີນທາງລະຫວ່າງຊິນຈຽງ ແຂວງການຊູ່ ແລະ ແຂວງຊິງໄຫ່ ທີ່ຕັ້ງຢູ່ໃກ້ຄຽງ ລວມເຖິງຫລຸດໄລຍະເວລາຈາກເດີມ 12 ຊົ່ວ

ໂມງ ເຫລືອພຽງແຕ່ 8 ຊົ່ວໂມງເທົ່ານັ້ນ.

 

ນອກຈາກນີ້ ຍັງຊ່ວຍຫລຸດໄລຍະເວລາການເດີນທາງຈາກນະຄອນຫລວງປັກກິ່ງ ໄປທາງພາກເໜືອຂອງປະເທດ ເຖິງ

ນະຄອນອູຣຸມຊີ ເມືອງເອກຂອງແຂວງຊິນຈຽງ ເຊິ່ງເມື່ອກ່ອນໃຊ້ເວລາ 40 ຊົ່ວໂມງ ຫລຸດລົງເຫລືອແຕ່ 20 ຊົ່ວໂມງ.

 

ທາງການຈີນ ໄດ້ທຸ່ມງົບປະມານ 143,500 ລ້ານຢວນ ກັບໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງສາຍຍາວທີ່ສຸດ

ໃນໂລກ ທີ່ມີຄວາມຍາວກ່ວາ 1,776 ກິໂລແມັດ ໂດຍປະກອບໄປດ້ວຍສະຖານີຍ່ອຍ 31 ສະຖານີ ແລະ ມີຄວາມໄວໃນ

ການເດີນທາງສູງເຖິງ 250 ກິໂລແມັດຕໍ່ຊົ່ວໂມງ.