ເມືອງຈຳປາສັກປະກາດຮັບຮອງ 23 ບ້ານ 6 ກົມກອງພັດທະນາ ແລະ ເປັນເມືອງ 2 ດີ 5 ເປັນເຈົ້າຂອງກຳມະບານ

 

ເມືອງຈຳປາສັກໄດ້ປະກາດຮັບຮອງນາມມະຍົດເປັນເມືອງ 2 ດີ 5 ເປັນເຈົ້າຂອງກໍາມະບານ ພ້ອມທັງປະກາດຮັບຮອງນາມມະຍົດ 23 ບ້ານ ແລະ 6 ກົມກອງ ເປັນບ້ານ ແລະ ກົມກອງພັດທະນາ ຕິດພັນກັບພິທີລະນຶກວັນຄ້າຍວັນເກີດຂອງປະທານ ສຸພາ ນຸວົງ ຄົບຮອບ 105 ປີ(13/7/1909-13/7/2014), ວັນກິລາກາຍະກໍາແຫ່ງຊາດລາວ ຄົບຮອບ 48 ປີ(13/7/1966-13/7/2014) ແລະ ວັນອະນຸລັກສັດນ້ໍາ-ສັດປ່າ 13 ກໍລະກົດ.

ພິທີດັ່ງກ່າວມີຂຶ້ນໃນວັນທີ 16 ກໍລະກົດ 2014 ທີ່ຜ່ານມາ ຢູ່ສະໂມສອນເມືອງຈໍາປາສັກ ໂດຍມີທ່ານ ຄໍາຫຼ້າ ລໍລອນສີ ກໍາມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ, ທານ ສຸບິນ ຈັນທະພິມ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງເຂົ້າຮ່ວມເປັນປະທານ.

ໃນພິທີທ່ານ ໜູຈັນ ຈັນທະພົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຈໍາປາສັກ ໄດ້ຂຶ້ນຜ່ານເນື້ອໃນລະນຶກວັນຄ້າຍວັນເກີດຂອງປະທານ ສຸພາ ນຸວົງ ຄົບຮອບ 105 ປີ, ຈາກນັ້ນ ທ່ານ ນາງ ວັນນະພາ ສຸວັນນະສານ ຄະນະປະຈໍາພັກເມືອງກໍ່ໄດ້ຂຶ້ນລາຍງານການນໍາພາສ້າງເມືອງ 2 ດີ 5 ເປັນເຈົ້າ, ເຊິ່ງປັດຈຸບັນທົ່ວເມືອງມີຮາກຖານກໍາມະບານທັງໝົດ 29 ຮາກຖານ, ມີໜ່ວຍກໍາມະບານ 63 ໜ່ວຍ, ມີສະມາຊິກກໍາມະບານທັງໝົດ 820 ຄົນ, ຍິງ 404ຄົນ. ຜ່ານຈາກການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າໃນໄລຍະຜ່ານມາ ສາມາດຄັກເລືອກໄດ້ຮາກຖານກໍາມະບານດີເດັ່ນປະເພດ 1 ມີ 23 ຮາກຖານ, ດີເດັ່ນປະເພດ 2 ມີ 6 ຮາກຖານ, ໜ່ວຍດີເດັ່ນປະເພດ 1 ມີ 38 ໜ່ວຍ, ດີເດັ່ນປະເພດ 2 ມີ 24 ຫົວໜ່ວຍ, ສະມາຊິກກໍາມະບານດີເດັ່ນປະເພດ 1 ມີ 453 ຄົນ, ຍິງ 253 ຄົນ, ດີເດັ່ນປະເພດ 2 ມີ 320 ຄົນ, ຍິງ 126 ຄົນ.
ທ່ານ ນາງ ວັນນະພາ ລາຍງານຕ່ືມວ່າ: ສໍາລັບການນໍາພາສ້າງ 23 ບ້ານຄື: ບ້ານວັດຫຼວງເກົ່າ, ໜອງເດີ່ນ, ໜອງຫໍ, ສີສະຫວ່າງ, ທາງແບ່ງ, ດອນທາງຄວາຍ, ໜອງຖ່ອນ, ໜອງສະໂນ, ບ້ານເປືອຍ, ທົມຈາມ, ຄໍາຈະເລີນ, ໜອງບົວ, ໜອງຫໍ, ສີສຸລາດ, ໂນນດິນດໍາ, ງົວບາ, ຫ້ວຍແຫ້, ທ່າຕານ, ດອນຊຽງຫຼ້າ, ດອນກອຍ, ນາດົງ, ຫ້ວຍເງິນເໜືອ ແລະ ບ້ານຫ້ວຍເງິນໃຕ້ ໃຫ້ເປັນບ້ານພັດທະນາແມ່ນເລີ່ມສ້າງແຕ່ເດືອນທັນວາ ປີ 2013 ທີ່ຜ່ານມາ ໂດຍສຸມໃສ່ສ້າງຕາມ 4 ເນື້ອໃນ 4 ຄາດໝາຍຄື: ເນື້ອໃນທາງດ້ານການເເມືອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ ແລະ ວຽກງານວັດທະນະທໍາ-ສັງຄົມ ຕິດພັນກັບ 19 ມາດຖານ ແລະ 24 ໃບຢັ້ງຢືນທີ່ຂັ້ນເທິງວາງອອກ.ສ່ວນການສ້າງ 6 ກົມກອງຄື: ຫ້ອງວ່າການປົກຄອງເມືອງ, ແຜນການ-ການລົງທຶນເມືອງ, ໂຍທາທິການ ແລະ ຂົນສ່ົງເມືອງ, ທະນາຄານພັດທະນາລາວໜ່ວຍບໍລິການເມືອງ, ໜ່ວຍບໍລິການໄຟຟ້າເມືອງ ແລະ ກອງບັນຊາການທະຫານເມືອງ ໃຫ້ເປັນກົມກອງພັດທະນາແມ່ນສ້າງແຕ່ຕົ້ນເດືອນມັງກອນ 2014 ທີ່ຜ່ານມາ ການສ້າງໂດຍປະຕິບັດຕາມເນື້ອໃນ 5 ມາດຖານ
ຈາກການຈັດຕັ້ງເຄື່ອນໄຫວກວດກາຕີລາຄາປະເມີນຜົນ, ຄະນະພັກ-ອໍານາດການປົກຄອງເມືອງຈໍາປາສັກຈິ່ງນໍາສະເໜີຄະນະພັກ-ຂັ້ນເທິງ ເພື່ອອະນຸຍາດປະກາດຮັບຮອງນາມມະຍົດເມືອງ 2 ດີ 5 ເປັນເຈົ້າຂອງກໍາມະບານ, ປະກາດຮັບຮອງນາມມະຍົດ 23 ບ້ານ ແລະ 6 ກົມກອງ ເປັນບ້ານ ແລະ ກົມກອງພັດທະນາ, ໃຫ້ກຽດມອບໃບຢັ້ງຢືນເມືອງ 2 ດີ 5 ເປັນເຈົ້າໂດຍທ່ານ ຄໍາຫຼ້າ ລໍລອນສີ ປະທານສູນກາງສະຫະພັນກໍາມະບານລາວ, ສ່ວນໃບຢັ້ງຢືນ 23 ບ້ານ ແລະ 6 ກົມກອງ ເປັນບ້ານ ແລະ ກົມກອງພັດທະນາ ມອບໂດຍທ່ານ ສຸບິນ ຈັນທະພິມ ປະທານແນວລາວສ້າງແຂວງ, ຕອນທ້າຍພິທີທ່ານ ຄໍາຫຼ້າ ລໍລອນສີ ກໍ່ໄດ້ໃຫ້ກຽດໂອ້ລົມຊີ້ທິດເຍືອງທາງ, ຈາກນັ້ນກໍ່ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດປ້າຍ, ປ່ອຍປຸ່ມເປົ້າ ແລະ ຕີຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ ພ້ອມທັງມີການປ່ອຍນົກ ແລະ ປ່ອຍປາຕື່ມອີກ.

ໃນພິທີມີການນໍາຈາກພະແນກການກົມກອງອ້ອມຂ້າງແຂວງ, ການນໍາບັນດາເມືອງ, ການນໍາຂະແໜງການຕ່າງໆອ້ອມຂ້າງເມືອງ, ຄະນະນໍາ 6 ກົມກອງ, ຄະນະພັກ-ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນ 23 ບ້ານເຂົ້າຮ່ວມ.
ຂ່າວ-ພາບ: ທູນທອງໃຈ

ທີ່ມາ facebook.com/champamai.newspaper