ຈຳນວນຜູ້ເສຍຊີວິດ ອຸບັດຕິເຫດເຮືອບິນໃນເນປານ

0
799

ລາຍງານຈຳນວນຜູ້ເສຍຊີວິດ ອຸບັດຕິເຫດເຮືອບິນສາຍການບິນ Yeti ຂອງເນປານ ຕົກລົງໃສ່ພູ ໃນຂະນະທີ່ພະຍາຍາມລົງຈອດທີ່ສະໜາມບິນ ໃນເມືອງ Pokhara ຫຼ້າສຸດພົບ 68 ຄົນໃນຊາກເຮືອບິນ.

ຄວາມຄືບໜ້າ ເຫດເຮືອບິນລຸ້ນ TAR 72 ແບບໃບພັດ 2 ເຄື່ອງຍົນລຸ້ນ (9N ANC) ປະສົບອຸບັດຕິເຫດໃນການລົງຈອດ ທີ່ຢູ່ຫ່າງຈາກສະໜາມບິນໂພຄາຮາພຽງ 2 ກິໂລແມັດ ເມື່ອເວລາ 11:00 ໂມງຂອງວັນທີ 15 ມັງກອນ ຜ່ານມາ.

ເຊິ່ງໃນເຮືອມີຜູ້ໂດຍສານ 68 ຄົນ ແລະ ລູກເຮືອຊາວເນປານ 4 ຄົນ, ຜູ້ໂດຍສານເປັນຊາວເນປານ 53 ຄົນ ແລະ ຄົນຕ່າງປະເທດ 15 ຄົນ. ໃນນັ້ນ, ມີຊາວອິນເດຍ 5 ຄົນ, ຣັດເຊຍ 4 ຄົນ, ຊາວເກົາຫຼີໃຕ້ 2 ຄົນ, ອົດສະຕຣາລີ, ໄອແລນ ແລະ ອາເຈນຕິນາ ແລະ ຝຣັ່ງ ສັນຊາດລະ 1 ຄົນ.

ຫຼ້າສຸດເຈົ້າໜ້າທີ່ກູ້ໄພລາຍງານວ່າ: ສາມາດເກັບກູ້ສົບໃນຊາກເຮືອບິນໄດ້ແລ້ວ 68 ຄົນເຊິ່ງອາດຈະບໍ່ມີຄົນລອດໃນເຫດການນີ້ ເນື່ອງຈາກຊາກເຮືອບິນເປັນແຈກຍາຍເປັນວົງກວ້າງ ເຊິ່ງນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຍົນ ATR 72 ຕົກ​ຢູ່​ໃນ​ເນ​ປານ ແລະ ເປັນ​ອຸບັດ​ເຫດ​ທາງ​ອາກາດ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ເນ​ປານ​ນັບ​ແຕ່​ປີ 1992 ​ເມື່ອ​ເຮືອບິນ Airbus A300 ຂອງ​ສາຍ​ການ​ບິນ​ປາ​ກີ​ສະຖານ​ຕົກ ສາຍ​ການ​ບິນ​ສາ​ກົນ​ຕົກ​ໃສ່​ພູ​ໃນ​ຂະ​ນະ​ທີ່​ໃກ້​ຈະ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ Tribhuvan ໃນ Kathmandu ທັງໝົດ 167 ຄົນເສຍຊີວິດ.