ຈຳ­ປາ​ສັກ​ສະ­ຫຼອງ​ວັນ​ແມ່­ຍິງ ພ້ອມ​ລະ­ດົມ​ທຶນ​ຊ່ວຍ​ສັງ­ຄົມ

0
1770

   ເພື່ອ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນແມ່­ຍິງ​ສາ­ກົນ​ຄົບ­ຮອບ 106 ປີ ທັງ​ເປັນ​ການ​ປຸກ­ລະ­ດົມ​ຂົນ­ຂວາຍ​ແທ່ນ​ທຶນ​ເພື່ອ​ນຳ­ໄປ​ຊ່ວຍ­ເຫຼືອ​ສັງ­ຄົມວັນ​ທີ 7 ມີ­ນາ​ຜ່ານ​ມາ​ນີ້ ສະ­ມາ­ຄົມ​ນັກ​ທະ­ລຸ​ກິດ​ແມ່­ຍິງ​ແຂວງ​ຈຳ­ປາ​ສັກ​ໄດ້​ຈັດ​ງານ​ລ້ຽງ​ພົບ​ປະ​ຂຶ້ນ​ທີ່​ໂຮງ­ແຮມ​ຈຳ­ປາ​ສັກ​ແກຣນໂດຍການ​ເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າ­ແຂວງໆ​ຈຳປາ​ສັກ, ມີ​ບັນ­ດາ​ທ່ານ​ຮອງ​ເຈົ້າ­ແຂວງ, ທ່ານ​ກົງ­ສຸນ ສສ ຫວຽດ­ນາມ ປະ­ຈຳ​ສີ່ ແຂວງ​ພາກ​ໃຕ້, ບັນ­ດາ​ທ່ານ​ແຂກ​ຜູ້​ໃຫຍ່ ທີ່​ກ່ຽວ­ຂ້ອງ, ບັນ­ດາ​ນັກ­ທຸ­ລະ­ກິດ​ພາຍໃນ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

    ທ່ານ ນາງ ແກ່ນ​ຈັນ ບຸດ​ດາ​ວົງ ປະ­ທານ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງແຂວງ​ໄດ້​ກ່າວ​ວ່າ: ວັນ​ແມ່­ຍິງ​ສາ­ກົນ​ບໍ່​ພຽງ​ແຕ່​ເປັນ​ວັນ​ທີ່​ແມ່­ຍິງ​ທົ່ວ​ໂລກ​ຮ່ວມກັນ​ສະ­ເຫຼີມ­ສະ­ຫຼອງ​ແກ່​ວັນ​ດັ່ງ­ກ່າວ, ເພື່ອ​ສະ­ແດງ​ເຖິງຄວາມ​ສະ­ເໝີ­ພາບ, ຄວາມ​ຍຸ­ຕິ​ທຳ ແລະ ການ​ພັດ­ທະ­ນາ​ຮອບ­ດ້ານ, ສະ­ເພາະ​ຢູ່ ແຂວງ​ຈຳ­ປາ​ສັກ​ກໍ​ໄດ້​ຖື​ເອົາ​ວັນ​ທີ 8 ມີ­ນາ​ເປັນ​ວັນ​ແຫ່ງ​ສຳ­ຄັນ​ຂອງ​ແມ່­ຍິງ ລາວ ຊຶ່ງ​ມີ​ພາ­ລະ​ບົດ­ບາດ​ທາງ​ສັງ­ຄົມເທົ່າ​ທຽບ​ກັບ​ຜູ້​ຊາຍ ແລະ​ແມ່­ຍິງ​ລາວ​ກໍໄດ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ພາ­ລະ​ບົດ­ບາດຂອງ​ຕົນ​ຈົນ​ສັງ­ຄົມ​ຍອມ­ຮັບ.

ສະ­ເພາະ​ສະ­ມາ­ຄົມ​ນັກ­ທຸ­ລະ­ກິດ​ແມ່­ຍິງ​ແຂວງ​ຈຳ­ປາ​ສັກກໍ​ໄດ້​ພ້ອມ​ກັນ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ​ແໜ້ນໜາ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ສັງ­ຄົມ​ຕະຫຼອດ​ມາ, ເປັນ­ຕົ້ນ​ແມ່ນ​ການ​ຈັດ​ກິດ­ຈະ­ກຳ​ທີ່​ເປັນ​ການ​ຊ່ວຍ­ເຫຼືອ​ສັງ­ຄົມ​ທີ່​ໄດ້​ຮັບຜົນ​ກະ­ທົບ​ຈາກ​ໄພ​ທຳ​ມະ​ຊາດ​ຕ່າງໆ, ຊ່ວຍ­ເຫຼືອ​ເດັກ­ນ້ອຍ​ຜູ້​ດ້ອຍ​ໂອ­ກາດ, ຄົນພິ­ການ​ອື່ນໆ ອັນ​ພົ້ນ​ເດັ່ນ​ກວ່າ​ໝູ່​ໃນ​ປີ 2016 ນີ້ ແມ່ນ​ສຳ­ເລັດ​ໃນ​ການ​ກໍ່­ສ້າງໂຮງ­ຮຽນ​ປະ­ຖົມພ້ອມ​ອຸ­ປະ­ກອນ​ຮັບ​ໃຊ້ອື່ນໆ ລວມ​ມູນ​ຄ່າ 700 ລ້ານ​ກວ່າ​ກີບ, ຊຶ່ງ​ແຫຼ່ງ​ທຶນ​ດັ່ງ­ກ່າວ​ແມ່ນ​ໄດ້​ມາ​ຈາກການ​ລະ­ດົມ​ຈາກ​ພາກ​ທຸ​ລ​ກິດ​ທັງ​ພາກລັດ ແລະ​ເອ­ກະ​ກະ​ຊົນ, ນັກ­ທຸ­ລະ­ກິດ​ພາຍໃນ​ແຂວງ.

ໃນ​ພິ­ທີ​ທ່ານ​ເຈົ້າ­ແຂວງ​ຈຳ­ປາ​ສັກ​ກໍໄດ້​ປະ­ກອບ​ມີ​ຄຳ​ເຫັນຊຶ່ງ​ທ່ານ​ໄດ້​ຮຽກຮ້ອງ​ເຖິງ​ສະ­ຫະ­ພັນ​ແມ່­ຍິງ​ພາຍ​ໃນ ແຂວງ​ທຸກ​ພາກ­ສ່ວນ​ຈົ່ງ​ສືບ­ຕໍ່​ຮັດ​ແໜ້ນຄວາມ​ສາ­ມັກ­ຄີ​ເປັນ​ປຶກ​ແຜ່ນ, ປົກ​ປັກ​ຮັກສາ ແລະ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ອັນ​ດີງາມ​ກໍ​ຄື​ຄຳ​ຂວັນ​ວັນ​ແມ່­ຍິງ 3 ດີ ໃຫ້​ມີຜົນ­ສຳ­ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ, ປະ­ກອບ­ສ່ວນ​ຢ່າງ​ສົມ​ກຽດ​ຄຽງ​ບ່າຄຽງ​ໄຫຼ່​ກັບ​ເພດ​ຊາຍເພື່ອ​ເຮັດ​ໃຫ້​ແຂວງ ຈຳ­ປາ​ສັກ​ເປັນ­ໃຈ​ການ​ບໍ­ລິ­ການ​ທາງຜ່ານ, ໃຈ​ການ​ທາງ​ດ້ານ​ເສດ­ຖະ­ກິດ, ວັດ­ທະ­ນະ­ທຳ​ສັງ­ຄົມ, ສ້າງ​ເມືອງ​ໃຫ້ເປັນ​ເມືອງ​ສີ­ຂຽວ, ສະ­ອາດ, ສະ­ຫງົບ, ໜ້າ​ຢູ່ ແລະ​ໜ້າ​ທ່ຽວ​ຊົມ.

ທີ່ມາ:logo