ຈັບໄວໜຸ່ມກໍ່ເຫດຊິງຊັບ

1
2103

   ວັນ​ທີ 22 ກຸມ­ພາ ຜ່ານ​ມາເຈົ້າ​ໜ້າ­ທີ່​ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ສາ­ມາດ​ຈັບ​ຕົວ​ໄວ​ໜຸ່ມ ອາ­ຍຸ 20 ປີ ຢູ່ບ້ານ​ທາດ­ຫຼວງ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ພາຍ­ຫຼັງ​ກໍ່​ເຫດ​ຊີງ​ຊັບ ແລະ ​ລັກ​ຊັບ​ຂອງ​ປະ­ຊາ­ຊົນ​ມາ​ຫຼາຍ​ຄັ້ງ.

   ໂດຍ​ຜ່ານ​ການ​ສືບ­ສວນ-ສອບ​ສວນຮູ້​ວ່າ: ໃນ​ວັນ​ທີ 19 ກຸມ­ພາ​ຜ່ານ​ມາຜູ້­ກ່ຽວ​ໄດ້​ກໍ່​ເຫດ​ດຶງ​ສາຍ​ຄໍ​ຄຳ​ຂອງ​ແມ່​ຄ້າ​ຢູ່ເຂດ​ຕະ­ຫຼາດ​ວັງ​ທອງເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສາຍ​ຄໍ​ຄຳ​ໜັກ 1 ບາດ ກ່ອນ​ຫຼົບ­ໜີ, ແລະ​ກ່ອນ​ໜ້າ​ຜູ້­ກ່ຽວຍັງ​ໄດ້​ກໍ່​ເຫດ​ຊິງ​ຊັບ​ດຶງ​ກະ​ເປົ໋າ​ຂອງ​ປະ­ຊາ­ຊົນ​ຢູ່​ເຂດ​ບ້ານ​ສີເມືອງ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ອນ​ຈະ​ມາ​ຖືກ​ເຈົ້າ​ໜ້າ­ທີ່​ຈັບ​ຕົວ​ດຳ­ເນີນ​ຄະ­ດີ​ຕາມ​ລະ­ບຽບ​ກົດ­ໝາຍ.

ເຈົ້າ​ໜ້າ­ທີ່ ປກສ ນະ­ຄອນ­ຫຼວງ​ວຽງຈັນ ໃຫ້​ຮູ້​ວ່າ: ນັບ​ແຕ່​ວັນ​ທີ 15 ຫາ 22 ກຸມ­ພາ​ນີ້, ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ປາກົດ​ການ​ຫຍໍ້​ໍ​ທໍ້​ເກີດ​ຂຶ້ນ 69 ເລື່ອງ, ພົ້ນເດັ່ນ​ແມ່ນ​ສະ­ພາບ​ຊີງ​ຊັບ ແລະ​ລັກ​ຊັບ​ພົນລະ​ເມືອງ​ເກີດ​ຂຶ້ນ​ກວ່າ 30 ເລື່ອງ, ຜົນເສຍ​ຫາຍ​ລວມ​ມີ​ສາຍ​ຄໍ​ຄຳ​ໜັກ 4 ບາດ, ລົດ­ຈັກ 22 ຄັນແລະ​ຊັບ​ສິນ​ອື່ນໆລວມມູນ​ຄ່າ​ຫຼາຍ​ລ້ານ​ກີບ.

ທີ່ມາ: logo

1 COMMENT

Comments are closed.