ຈັບໄດ້ແລ້ວ! ຜູ້ກໍ່ເຫດຂ້າແມ່ໝູ່ ເອົາຄຳໄປຂາຍໃຊ້ໜີ້ການພະນັນ

0
1954

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 28 ກຸມພາ 2022, ເຈົ້າໜ້າທີ່ ປກສ ແຂວງ ໄດ້ຮັບລາຍງານວ່າ ມີເຫດຢູ່ບ້ານໜອງຫອຍ ເມືອງຊະນະສົມບູນ ແຂວງຈຳປາສັກ. ຫຼັງຈາກໄດ້ຮັບລາຍງານ, ເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດ ຈິ່ງຮູ້ວ່າ ຜູ້ເສຍຊີວິດຊື່ນາງ ຄຳມະນີ ອາຍຸ 44 ປີ ຢູ່ບ້ານໜອງຫອຍ ເສຍຊີວິດດ້ວຍການຖືກຕີ ຢູ່ບໍລິເວນຫົວ ແລະ ໃບໜ້າ.

ຈາກນັ້ນ, ເຈົ້າໜ້າທີ່ ໄດ້ຂຶ້ນບັນຊີເປົ້າຫມາຍ ຈຶ່ງຮູ້ວ່າ ຜູ້ກໍ່ເຫດ ຊື່ທ້າວ ເພັດສະໝອນ ຫຼື ເຟມ ຢູ່ບ້ານນາຊອນ ເມືອງຊະນະສົມບູນ ແຂວງຈຳປາສັກ ແລະ ນຳຈັບຕົວໄດ້ ໃນວັນດຽວກັນ.

ທ້າວ ເຟມ ຮັບສາລະພາບກັບເຈົ້າໜ້າທີ່ໃນເວລາສອບສວນວ່າ: ຕົນເອງໄດ້ຮູ້ຈັກກັບ ນາງ ແປ ອາຍຸ 24 ປີ ແລະ ນາງ ພອນ ອາຍຸ 21 ປີ ທີ່ເປັນເອື້ອຍນ້ອງກັນເຊິ່ງເປັນລູກສາວຂອງຜູ້ເສຍຊີວິດມາແຕ່ປີ 2017 ແລະ ໄດ້ໄປມາຫາສູ່ກັນ ແລະ ມາພັກເຊົາຢູ່ເຮືອນຂອງຜູ້ເສຍຊີວິດເປັນປະຈຳ. ນັບແຕ່ ປີ 2020 ມາຮອດປັດຈຸບັນ ຕົນເອງໄດ້ເປັນໜີ້ການພະນັນ ແລະ ໄດ້ຢືມເງິນຫມູ່ຫຼາຍຄົນລວມທັງໝົດ 16 ລ້ານກີບ.

ມາຮອດ ວັນທີ 27 ກຸມພາ 2022 ທ້າວ ເຟມ ໄດ້ມາຫຼິ້ນຢູ່ເຮືອນນາງ ພອນ ໄດ້ສັງເກດເຫັນ ນາງ ຄຳມະນີ ໃສ່ສາຍແຂນຄຳ ຈິ່ງເກີດມີແນວຄິດຢາກໄດ້ເພື່ອເອົາໄປຂາຍເອົາເງິນມາໃຊ້ໜີ້ ຈິ່ງວາງແຜນຄາດຕະກຳ ແລະ ມາຮອດວັນທີ 28 ກຸມພາ ເວລາ 10 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກ ມາຈອດໄວ້ຢູ່ໃກ້ກັບເຮືອນຂອງຜູ້ເສຍຊີວິດ ແລ້ວປີນຮົ້ວເຂົ້າໄປໃນເຮືອນ ເຫັນນາງ ຄຳມະນີ ນັ່ງເຂັນຝ້າຍຢູ່ເຮືອນຄົນດຽວ ຈິ່ງໄດ້ເອົາໄມ້ຄ້ອນ 4 ລ່ຽມທີ່ກຽມມາພ້ອມນັ້ນຕີຫົວ ແລະ ໃບໜ້າຂອງ ຄຳມະນີ ຈົນເສຍຊີວິດແລ້ວປົດເອົາສາຍແຂນຄຳ 1 ເສັ້ນ ໜັກ 1 ບາດ ແລ້ວຂີ່ລົດຈັກຫຼົບໜີເຂົ້ານະຄອນປາກເຊ ແລ້ວເອົາຄຳໄປຂາຍ ໄດ້ເງິນ 10.100.000 ກີບ. ຮອດເວລາ 16 ໂມງ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

ວັນທີ 2 ມີນາ 2022, ເຈົ້າໜ້າທີ່ໄດ້ນຳຕົວ ທ້າວ ເຟມ ໄປທົດສະກຳເຫດການຄືນ ເພື່ອເປັນຫຼັກຖານປະກອບສຳນວນຄະດີກ່ອນສົ່ງໄອຍະການຟ້ອງສານຕັດສິນ.

ພາບ-ຂ່າວ: ໜັງສືພິມຄວາມສະຫງົບ