ຈັບເປົ້າຫມາຍຂົນສົ່ງກັນຊາ 100 ກວ່າກິໂລກຼາມ.

0
838

ວັນທີ 13 ຕຸລາ 2022 ຜ່ານມານີ້ ເຈົ້າໜ້າທີ່ຈຸດກວດກາວາລະແຫ່ງຊາດ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ກັກລົດເປົ້າຫມາຍຂົນກັນຊາ 100 ກວ່າກິໂລກຼາມ. ຈາກສາຍລາຍງານວ່າ: ຈະມີການຂົນກັນຊາມາຈາກເມືອງວຽງທອງ ເເຂວງບໍລິຄຳໄຊ ໂດຍໃຊ້ເສັ່ນທາງຜ່ານ ເມືອງ ຄູນຄຳ ແຂວງຄຳມ່ວນ, ໃຊ້ລົດກະບະໃນການຂົນສົ່ງ.

ພໍຮອດເວລາ 18:30 ໂມງ ຂອງວັນດຽວກັນ. ຈຶ່ງໄດ້ສັງເກດເຫັນລົດເປົ້າໝາຍ ເປັນລົດ TOYOTA VIGO ສີດຳ ຫບ 0091 ກຳແພງນະຄອນ ເຈົ້າໜ້າທີ່ຈຸດກວດກາ ຈຶ່ງໄດ້ສັນຍານກັກລົດເປົ້າໝາຍຄັນດັ່ງກ່າວຈອດ ເພື່ອທຳການກວດຄົ້ນ.

ຜ່ານການກວດຄົ້ນລົດເປົ້າໝາຍຄັນດັ່ງກ່າວ ຈຶ່ງພົບເຫັນຄັນຊາອັດແທ່ງ ຈຳນວນ 135 ແທ່ງ, ລວມນໍ້າໜັກ 139 ກິໂລກຼາມ. ທີ່ຊຸກເຊື່ອງໄວ້ຢູ່ເບາະນັ້ງເບື້ອງຫຼັງແຄັບ, ເຈົ້າໜ້າທີ່ຈິ່ງ ຢຶດລົດ ພ້ອມກຫກຕົວ ຊື່ທ້າວ ແກ້ວ, ອາຍຸ 55 ປີ ບ້ານປາກກະດິງເໜືອ ເມືອງປາກກະດິງ ຜູ້ກ່ຽວສາລະພາບ ໄດ້ຊື້ມາຈາກກຸ່ມແກ້ງ ເພື່ອສົ່ງ-ຂາຍຕໍ່ໃຫ້ເຖົ້າແກ່ຄົນໄທ.

ຂ່າວ: ALL in LAOSByaaa