ຈອກກາເຟກິນໄດ້ທຳອິດໃນລາວ

0
2407

ມາຮູ້ຈັກ ມາລິນ່າ ໄວລຸ້ນລາວ ເຈົ້າຂອງຜະລິດຕະພັນ ຈອກກາເຟກິນໄດ້!

ລັດດາວັນ ແກ້ວດາລາ ຫຼື ເອີ້ນວ່າ ມາລິນ່າ ເຈົ້າຂອງແບຣນ “EAT YOUR CUPS”. ປັດຈຸບັນ, ອາຍຸ 18 ປີ ຜູ້ມີໄອເດຍໃນການສ້າງຈອກຄຸກກີ້ທີ່ສາມາດກິນໄດ້.

ມາລິນ່າ ໄດ້ເລົ່າທີ່ມາຂອງຄວາມຄິດການເຮັດຈອກກາເຟກິນໄດ້ ໃຫ້ສຳນັກຂ່າວອອນລາຍລາວໂພສວ່າ: “ຄວາມຄິດເກີດຂຶ້ນໃນຂະນະທີ່ໄປແລກປ່ຽນຢູ່ຍີ່ປຸ່ນ ໃນເວລາຮຽນໂຮງຮຽນໄດ້ໃຫ້ເຮັດການທົດລອງປະດິດສິ່ງຕ່າງໆ ມາລິນ່າ ຈຶ່ງໄດ້ເກີດແນວຄິດການປະດິດຈອກທີ່ສາມາດກິນໄດ້ ກ່ອນທີ່ຈະມາເປັນຈອກຄຸກກີ້ກິນໄດ້ໃນປັດຈຸບັນນີ້ ຕ້ອງໃຊ້ເວລາໃນການທົດລອງ ແລະ ເສຍຈອກໄປຫຼາຍຮ້ອຍຈອກ ເພື່ອຈະມາເປັນຈອກແບບນີ້ ແລະ ໄອເດຍນີ້. ພາຍຫຼັງ ໄດ້ສູດການເຮັດຈອກທີ່ສົມບູນ ແລະ ຄົງທີ່ແລ້ວ ຈຶ່ງຜະລິດອອກມາຂາຍເປັນໄລຍະ 1 ເດືອນປາກົດວ່າ ຜົນຕອບຮັບດີເກີນຄາດ ແລະ ກໍສ້າງຄວາມສົນໃຈແກ່ສັງຄົມເປັນຢ່າງດີ“

ສຳລັບຈອກຄຸກກີ້ກິນໄດ້ ສາມາດທົນຄວາມຮ້ອນຂອງນ້ຳໄດ້ເຖິງ 100 ອົງສາ ຢູ່ໄດ້ 2 ຊົ່ວໂມງ ແລະ ນ້ຳ -20 ອົງສາ, ແຕ່ແນະນຳໃຫ້ໃຊ້ນ້ຳອຸ່ນ ຫຼື ນ້ຳຮ້ອນ ເພື່ອເຮັດໃຫ້ຈອກນັ້ນອ່ອນລົງ ແລະ ສາມາດກັດກິນໄດ້ງ່າຍ.

ນອກນີ້, ມາລິນ່າ ຍັງຝາກເຖິງໄວລຸ້ນທຸກຄົນວ່າ “ທຸກໆຢ່າງມັນຍາກ ຖ້າເຮົາມີຄວາມຝັນຈົ່ງຢ່າຢ້ານທີ່ຈະລົງມືເຮັດມັນ”

ສາມາດເຂົ້າໄປສັ່ງ ຫຼື ຕິດຕາມເພີ່ມເຕີມໄດ້ທີ່ ເພຈ: EAT YOUR CUPS