ງານສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ 4

ຫລາກຫລາຍກິດຈະກຳໃນງານສະແດງສິນຄ້າເຟີນິເຈີວຽງຈັນ ຄັ້ງທີ 4 ເຊີ່ງຈະເລີ່ມຈັດຂຶ້ນໃນວັນທີ 23-31 ມີນາ 2019 ທີ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ) ເຊິ່ງພາຍໃນງານຈະມີຫລາກຫລາຍກິດຈະກຳເພື່ອສ້າງຄວາມຄຶກຄື້ນກວ່າປີຜ່ານ.

ພິທີຖະແຫຼງຂ່າວງານວາງສະແດງສິນຄ້າເຟີນີເຈີວຽງຈັນ ຄັ້ງທີ 4 ຈັດຂຶ້ນໃນວັນທີ 27 ກຸມພາ 2019 ທີ່ຫ້ອງປະຊຸມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອ) ໂດຍມີ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງການຄ້າ ແລະ ອຸດສາຫະກຳ ,ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນິເຈີລາວ , ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ງານສະແດງສິນຄ້າເຟີນິເຈີວຽງຈັນຄັ້ງນີ້ເພື່ອເປັນການສົ່ງເສີມການຜະລິດເຄື່ອງເຟີນິເຈີໄມ້ລາວທັງເປັນການໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ ຜະລິດຕະພັນເຟີນິເຈີໄມ້ລາວຫລາຍຂຶ້ນ ໃຫ້ຜູ້ຜະລິດສາມາດເຂົ້າຫາຕະຫລາດ ແລະ ຈໍາໜ່າຍສິນຄ້າໄດ້ທັງພາຍໃນ ແລະ ຕ່າງປະເທດເພື່ອກ້າວສູ່ຕະຫລາດລະດັບພາກພື້ນ ແລະ ສາກົນ ເຊິ່ງພາຍໃນງານປະກອບມີຫລາກຫລາຍກິດຈະກຳເຊັ່ນ: ການປະກວດຄວາມສາມາດພິເສດເດັກນ້ອຍອາຍຸບໍ່ເກີນ18ປີ (ຮອບຄັດເລືອກ), ການປະກວດຄວາມສາມາດພິເສດເດັກນ້ອຍທົ່ວໄປ, ການສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫລັກໄມ້ເສດ, ສໍາມະນາ/ຝຶກອົບຮົມ(ການເຂົ້າຫາແຫລ່ງທຶນ), ມິນິຄອນເສີດ, ການສະແດງຂອງນ້ອງນັກຮຽນຈາກໂຮງຮຽນອິດສະເຕີນສະຕາ, ການສະແດງຄອນເສີດ(ລາວ-ໄທ).

ນອກຈາກນີ້ພາຍໃນງານຍັງເປີດໃຫ້ເຊົ່າຫ້ອງວາງສະແດງສິນຄ້າເຊີ່ງປະກອບມີ: ຫ້ອງຂະໜາດມາດຕະຖານ 3×3 ແມັດ (ຫ້ອງທໍາມະດາ) ລາຄາ2.200.000ກີບ/ຫ້ອງ, ຫ້ອງຂະໜາດມາດຕະຖານ 3×3 (ຫ້ອງມູມ) 2.600.000ກີບ/ຫ້ອງ ,ພິເສດສະເພາະສິນຄ້າໂອດ໋ອບຄ່າເຊົ່າແມ່ນ1.300.000 ກີບ/ຫ້ອງທໍາມະດາ, ຫ້ອງມູມ 1.700.000 ກີບ ແລະ ປະກອບມີຈໍານວນບູດທັງໝົດ 191 ຫ້ອງສະເພາະຂອງສະມາຄົມ, ສິນຄ້າໂອດ໋ອບຈໍານວນ 20ຫ້ອງ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ