ງານສະແດງດົນຕີພື້ນເມືອງ ໃນຫົວຂໍ້ ສວນສີລະປະ ກິ່ນອາຍຂອງຊາດ-ງານດົນຕີພື້ນເມືອງລະດັບຊາດປະເທດຈີນ

ໂຮງຮຽນສິລະປະດົນຕີແຫ່ງຊາດ ຮ່ວມກັບ ສູນວັດທະນະທໍາຈີນ ປະຈໍາ ສປປ.ລາວ ຈັດງານສະແດງດົນຕີພື້ນເມືອງ ໃນຫົວຂໍ້ ສວນສິລະປະ ກິ່ນອາຍຂອງຊາດ-ງານດົນຕີພື້ນເມືອງລະດັບຊາດປະເທດຈີນ ເພື່ອໃຫ້ຄູ ອາຈານ ແລະ ນັກຮຽນໂຮງຮຽນສິລະປະດົນຕີແຫ່ງຊາດ ໄດ້ເພີ່ມທັກສະ ຄວາມຮັບຮູ້ ເຂົ້າໃຈໃນສິລະປະດົນຕີພື້ນເມືອງຈີນນັບມື້ນັບຫຼາຍຂຶ້ນ.

ງານສະແດງດົນຕີພື້ນເມືອງ ໃນຫົວຂໍ້ ສວນສິລະປະ ກິ່ນອາຍຂອງຊາດ-ງານດົນຕີພື້ນເມືອງລະດັບຊາດປະເທດຈີນ ຈັດຂຶ້ນໃນຕອນບ່າຍວັນທີ 01 ເມສາ 2016 ທີ່ໂຮງຮຽນສິລະປະດົນຕີແຫ່ງຊາດ ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຕ່ວນ ມວນຈັນ ອໍານວຍການໂຮງຮຽນສິລະປະດົນຕີແຫ່ງຊາດ ມີຜູ້ຕາງໜ້າສູນວັດທະນະທໍາຈີນ ປະຈໍາ ສປປ.ລາວ ຄະນະສິລະປິນລະດັບຊາດ ສປ.ຈີນ ບັນດາຄູ-ອາຈານ ແລະ ນັກຮຽນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານອໍານວຍການໂຮງຮຽນສິລະປະດົນຕີແຫ່ງຊາດ ໄດ້ກ່າວວ່າ ສູນວັດທະນະທໍາຈີນ ປະຈໍາລາວ ແລະ ໂຮງຮຽນສິລະປະດົນຕີແຫ່ງຊາດ ມີການພົວພັນຮ່ວມມືກັນໃນການແລກປ່ຽນ ຮຽນຮູ້ທາງດ້ານວິຊາການ ສິລະປະການສະແດງຢ່າງເປັນປົກກະຕິ ເຊິ່ງໃນປີຜ່ານມາ ສູນວັດທະນະທໍາຈີນ ກໍໄດ້ສົ່ງຊ່ຽວຊານດົນຕີ (ວິຊາຂິມ) ມາຊ່ອຍເຝິກສອນໃຫ້ນັກດົນຕີລາວໃຫ້ມີຄວາມຮັບຮູ້ກ່ຽວກັບການນໍາໃຊ້ຂິມຫຼາຍຂຶ້ນ ພ້ອມກັນນັ້ນ ຍັງໄດ້ນໍາເອົາຄະນະນັກສະແດງເຂດໝິງເຊຍ ສປ.ຈີນ ມາສະແດງຢູ່ໂຮງຮຽນແຫ່ງນີ້ຕື່ມອີ ສໍາລັບໃນຄັ້ງນີ້ ໂຮງຮຽນສິລະປະດົນຕີແຫ່ງຊາດ ກໍສົມທົບກັບ ສູນວັດທະນະທໍາຈີນ ປະຈໍາລາວ ຕາມການຕົກລົງເຫັນດີຂອງກົມສິລະປະການສະແດງ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຕັ້ງປະຕິບັດການສະແດງດົນຕີພື້ນເມືອງ ໃນຫົວຂໍ້ ສວນສິລະປະ ກິ່ນອາຍຂອງຊາດ-ງານດົນຕີພື້ນເມືອງລະດັບຊາດປະເທດຈີນ ໂດຍນໍາເອົານັກສິລະປິນລະດັບຊາດທີ່ມີຊື່ສຽງຂອງຈີນ ມາສະແດງ ເຊິ່ງມີ 7 ລາຍການສະແດງຄື (1) ບົດເພງ ຈ່ຽງໜານເຟິ່ງຢິ້ນ ແລະ ຊ່ານລີ້ ຈາກການບັນເລງຂອງກຸ່ມສິລະປິນ 3 ຄົນ ປະກອບດ້ວຍເຄື່ອງດົນຕີເຊັ່ນ ພິນພິພາ ຊໍເອີຫູ ພິນໂຄງໂຮວ (2) ສະແດງ ງິ້ວຄຸນຊີ ເລື່ອງ ໂຢຢຽນຈິ່ງເມີ້ງ ໂດຍນາງ ລິວຈິ້ງ (3) ການສະແດງຊໍເອີຫູ ໃນບົດເພງ ຫານຊ່ຽນເພິ່ງສີ ແລະ ຄົ່ງຊ່ານໜຽວຢີ ໂດຍນາງ ລິວເລີຍ (4) ການສະແດງພິນໂຄງໂຮວ ໃນບົດເພງ ເໝີຍຮົ່ວຊ່ານນົ້ງ ແລະ ຊິມິງຊ້າງເຫີຖູ ໂດຍທ່ານນາງ ອຸລິນ (5) ການສະແດງພິນພິພາ ໃນບົດເພງ ຫຼົງຊວນ ແລະ ສຶມ້ຽນໝາຍຟູ ໂດຍທ່ານນາງ ອຸຢີ້ເຊຍ (6) ການສະແດງດົນຕີປະສານສຽງ ພິນພິພາ ແລະ ພິນໂຄງໂຮວ ໃນບົດເພງ ຊຸນຈ່ຽງຮົ່ວແຢ້ແຢ້ ແລະ (7) ການສະແດງຮວມສິລະປິນແຫ່ງຊາດ ໃນບົດເພງ ມໍ່ລີ້ຮົ່ວ ແລະ ຊ້າຍໝາ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ