ງານມະຫາກຳກິລາແຫ່ງຊາດຄັ້ງທີ 11 “ຊຽງຂວາງເກມ” ຈະຈັດຂຶ້ນໃນທ້າຍປີນີ້

ທ່ານ ບົວລີ ພັນນາວົງ ຫົວໜ້າພະ​ແນກ​ສຶກ​ສາ​ທິ​ການ ແລະ ກີລາ​ ແຂວ​ງ ຊຽງ​ຂວາງ ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວ ໜັງສືພິມວຽງຈັນທາຍ ວ່າ : ແຂວງ ຊຽງ​ຂວາງ ມີແຜນຈະຈັດການແຂ່ງຂັນກິລາ ສອງ ຫຼື ສາມປະເພດກິລາໃນແຕ່ລະອາທິດເພື່ອຫຼຸດຜ່ອນການແອອັດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມກັນນັ້ນ ຍັງຈະໄດ້ຕັດບາງປະເພດກິລາອອກຈາກຈຳນວນທັງໝົດ 28 ປະເພດທີ່ວາງແຜນໄວ້ສຳລັບການແຂ່ງຂັນກິລາໃນງານດັ່ງກ່າວ ຍ້ອນວ່າຜູ້ສະໜັບສະໜູນກິດຈະກຳກິລາໃນງານຄັ້ງນີ້ ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບໍ່ສາມາດສະໜອງຈຳນວນເງິນໄດ້100% ຕາມທີ່ພວກເຂົາໄດ້ສະເໜີມາກ່ອນນັ້ນ.

ແຂວງຊຽງຂວາງ ຈະຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງ ເກມ ຂຶ້ນໃນລະຫວ່າງເດືອນຕຸລາ ຫາ ເດືອນພະຈິກ 2021 ນີ້ ຫຼັງຈາກທີ່ໄດ້ເລື່ອນການແຂ່ງຂັນມາເປັນເວລາ 2 ປີຜ່ານມາ.

ສໍາລັບ ພິທີເປີດ-ປິດງານຄັ້ງນີ້ ແຂວງ ຊຽງຂວາງ ແມ່ນໄດ້ກະກຽມກ້ອນກໍາລັງສວນສະໜາມ ແລະ ການສະແດງສີລະປະຈໍານວນ 200 ກວ່າຄົນ ແລະ ຈະໄດ້ຈຳກັດຈຳນວນຄົນທີ່ເຂົ້າຮ່ວມງານ ເພື່ອຫຼຸດຜ່ອນການແອອັດໃນງານດັ່ງກ່າວ.

ຮຽບຮຽງຂ່າວ: ພຸ