ງານບຸນຊ່ວງເຮືອທ່າວັດຈັນຈະນໍາໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນ

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມພ້ອມກໍາລັງປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້ກໍາລັງຊາວໜຸ່ມ 300 ກວ່າຄົນ ພ້ອມທັງກໍາລັງເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບ ແລະ ປ້ອງກັນຊາດ ເມືອງຈັນທະບູລີ, ກໍາລັງປ້ອງກັນຄວາມສະຫງົບ ບ້ານ 30 ບ້ານ ແລະ ອື່ນໆ ເຂົ້າຮ່ວມປ້ອງກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້.

ສໍາລັບກິດຈະກໍາປ້ອງກັນຄວາມປອດໄພ ໃນງານຄັ້ງນີ້ ແມ່ນໄດ້ມີການຈັດຕັ້ງປະຕິບັດປ້ອງກັນເວນ ຍາມ ຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ ສໍານັກງານ ອົງການຈັດຕັ້ງຕ່າງໆ ທົ່ວເມືອງ ໃຫ້ມີຄວາມສະ ຫງົບເປັນລະບຽບຮຽບຮ້ອຍ 100%, ພ້ອມນີ້ ຍັງກໍານົດຈຸດປ້ອງກັນ 38 ຈຸດໃນງານບູນດັ່ງກ່າວ, ປ້ອມແຈ້ງເຫດ ( 1191) 2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຈຸດປ້ອງກັນ ອື່ນໆ ໃນຂອບເຂດງານບູນດັ່ງກ່າວ.

ຮຽບຮຽງຂ່າວ: ພຸດສະດີ