ຄໍຮູບເງົາປະເພດຫຸ່ນຍົນ ກຽມຕົວພົບກັບ Transformers: The Last Knight

ຕົວຢ່າງທຳອິດຂອງ Transformers : The Last Knight ປ່ອຍອອກມາແລ້ວ ເປັນພາກທີ 5 ຂອງ ທຣານຟຣອມເມີ ຜູ້ກຳກັບແມ່ນ ໄມເຄິລ ເບຍ ຄົນເກົ່າທີ່ເຄີຍຈົ່ມວ່າຈະບໍ່ສ້າງເລື່ອງນີ້ອີກແລ້ວ (ແຕ່ກໍ່ກັບມາສ້າງອີກທຸກຄັ້ງ) ພາກນີ້ໄດ້ມີ ມາຣ ວໍເບິຣກ ກັບມາຮັບບົດນຳ ແລະ ຈອຊ ດູຮາເມລ ຈາກພາກທຳອິດ

ໃນຮູບເງົາ Transformers ທຸກພາກຈະມີສ່ວນກ່ຽວຂ້ອງກັບປະຫວັດສາດຕະຫຼອດ ບໍ່ວ່າຈະເປັນການສ້າງເຂື່ອນຮູເວີຣ໌, ການສ້າງ ພິຣາມິດ, ການນຳຍານອາວະກາດລົງຈອດທີ່ດວງຈັນ ແລະ ການສູນພັນຂອງໄດໂນເສົາ. ຫຼ້າສຸດ Transformers:  The Last Knight ກໍ່ຈະກ່ຽວພັນກັບຍຸກຂອງກະສັດອາເທີຣ໌ ແລະ ຍຸກຂອງນາຊີໃນຊ່ວງໄລຍະສົງຄາມໂລກຄັ້ງທີ 2 ອີກດ້ວຍ.

ຮູບເງົາເລື່ອງ Transformers:  The Last Knight ມີແຜນອອກສາຍທົ່ວໂລກໃນວັນທີ 23 ມິຖຸນາ 2017 (ຫວັງວ່າບ້ານເຮົາຈະນຳເຂົ້າມາສາຍເຊັ່ນດຽວກັນ)


ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!