ຄໍຊີຣີ້ກຽມຟິນກັບຊີ້ຣີ້ເກົາຫຼີເລື່ອງໃໝ່ Moonlight Drawn By Clouds (ມີວິດີໂອຕົວຢ່າງຊີຣີ້)

ເລື່ອງນີ້ຖືວ່າເປັນການເປີດມິຕິໃໝ່ຂອງຕົວຢ່າງຊີຣີ້ເກົາຫຼີເລີຍກໍ່ວ່າໄດ້ ເມື່ອນັກສະແດງໜຸ່ມຫຼໍ່ ດາວດວງໃໝ່ແຫ່ງວົງການບັນເທີງເກົາຫຼີໃຕ້ຢ່າງ ປາຣດ ໂບກອມ ສວມວິນຍານສາຍໂຍກ ໃນຊຸດອົງຊາຍຣັຊາທາຍາດອອກສະເຕັບແດັນສຸດລໄວແບບລືມເມື່ອຍ ໜ້າຮັກໜ້າຢິກທ່າມກາງເຫຼົ່າບັນດາຂຸນນາງທີ່ເຕັ້ນເປັນໄຟແບບບໍ່ໜ້ອຍໜ້າກັນ ທັງໝົດນີ້ເປັນພາບທີເຊີ ໂຄສະນາຊີຣີ້ ພີຣຽດເລື່ອງ Moonlight Drawn By Clouds ທີ່ກຳລັງສາຍໃນເດືອນເດືອນ ສິງຫານີ້ Moonlight Drawn By Clouds ອອກແນວໂຣແມນຕິກພີຣຽດ ຖ່າຍທອດເລື່ອງລາວຂອງອົງຊາຍຣັຊາທາຍາດ ຮະໂຍມນອງ (ສະແດງໂດຍ ປາຣດ ໂບກອມ) ເຊິ່ງຕົກຫຼຸມຮັກ ຮົງ ຮອນ ຍິງສາວຜູ້ປອມຕົວເປັນຂັນທີ (ສວມບົດບາດໂດຍ ຄິມ ຢູຈອງ) ມີທັງໝົດ 20 ຕອນ ໂດຍອອກອາກາດ ວັນຈັນ – ອັງຄານ ເວລາ 20:00ໂມງ ຕາມເວລາບ້ານເຮົາ ເລີ່ມ 15 ສິງຫາ 2016 ທາງສະຖານີໂທລະພາບຊ່ອງ KBS ປະເທດເກົາຫຼີໃຕ້ ແລະ ຄາດດວ່າແຟນຊີຣີ້ເກົາຫຼີໃຕ້ ຊາວລາວ ຈະໄດ້ເບິ່ງໃນໄວໆນີ້

502_3_ml-0104

342_3_Moonlight Drawn by Clouds 04

1499 1500

ທີ່ມາ : http://gossipstar.mthai.com/hollywood/inter/57133/