ຄ້າຍລົດຫລູ Audi ຕັ້ງເປົ້າຫລຸດຄ່າໃຊ້ຈ່າຍ 10 ຕື້ເອີໂຣ ເກັບເງິນໄວ້ສ້າງລົດໄຟຟ້າຂາຍ

ສຳນັກຂ່າວເອເຈນຊີ ລາຍງານໃນວັນທີ 31 ກໍລະກົດຜ່ານມານີ້ວ່າ ຜູ້ຜະລິດລົດໃຫຍ່ຍີ່ຫໍ້ Audi ໄດ້ຕັ້ງເປົ້າຈະຫລຸດຄ່າໃຊ້ຈ່າຍລົງເຖິງ 10 ຕື້ເອີໂຣ ພາຍໃນປີ 2022 ເພື່ອເອົາເງິນສ່ວນດັ່ງກ່າວ ໄປສະໜັບສະໜູນໂຄງການຜະລິດລົດໄຟຟ້າຂອງຕົນ ໂດຍປັດຈຸບັນມີແຜນຈະຜະລິດອອກສູ່ຕະຫລາດ 5 ລຸ້ນ ໃນອີກບໍ່ພໍເທົ່າໃດປີຂ້າງໜ້ານີ້ ຊຶ່ງຄາດວ່າລຸ້ນທຳອິດຈະປະກອບອອກຂາຍ ພາຍໃນປີ 2018 ທີ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ.

ໂຄງການຜະລິດລົດໄຟຟ້າຂອງຄ້າຍລົດ Audi ແມ່ນເຮັດໃຫ້ບໍລິສັດມີຄ່າໃຊ້ຈ່າຍທີ່ເພີ່ມຂຶ້ນ ແຕ່ຄ້າຍລົດຫລູດັ່ງກ່າວນີ້ ກໍຍັງຕ້ອງການໃຫ້ມີຜົນກຳໄລຢ່າງໜ້ອຍ 8% ຕໍ່ປີ, ດັ່ງນັ້ນ ການປະຢັດເງິນ 10 ຕື້ເອີໂຣ ຈະເຮັດໃຫ້ຫລຸດຜ່ອນຄ່າໃຊ້ຈ່າຍ ໃນພາກສ່ວນຂອງການວິໄຈ ແລະ ການພັດທະນາລົງ.