ຄ່າເງິນຈ໊າດມຽນມາຕົກຕໍ່າກວ່າ 60% ໃນເດືອນກັນຍາ

An employee shows new ten thousand Myanmar Kyat notes at a bank in Yangon on July 1, 2015. The country's central bank has issued the new notes with an improved watermark and other security features in a move to combat forgery. AFP PHOTO / YE AUNG THU (Photo by Ye Aung Thu / AFP)

ເວັບໄຊໄທຣັດລາຍງານ: ມຽນມາກຳລັງປະສົບກັບສະພາວະເງິນເຟີ້ເນື່ອງຈາກຄ່າເງິນຈ໊າດໃນເດືອນກັນຍາພຽງເດືອນດຽວຕົກຕໍ່າລົງຮອດ 60% ສົ່ງຜົນໃຫ້ສິນຄ້າອຸປະໂພກບໍລິໂພກ ລວມທັງອາຫານ, ນໍ້າມັນເຊື້ອໄຟມີລາຄາສູງຂຶ້ນ ອັນໄດ້ສ້າງຄວາມເດືອດຮ້ອນແກ່ປະຊາຊົນພາຍໃນປະເທດ.

ໃນຊ່ວງເດືອນສິງຫາຜ່ານມາ, ທະນາຄານກາງຂອງມຽນມາໄດ້ພະຍາຍາມທີ່ຈະປະຄອງຄ່າເງິນຈ໊າດຂອງຕົນບໍ່ໃຫ້ຕໍ່າລົງ ແຕ່ກໍບໍ່ສາມາດເຮັດໄດ້ ເນື່ອງຈາກແຮງກົດດັນຂອງອັດຕາແລກປ່ຽນທີ່ເພີ່ມຂຶ້ນ ຍ້ອນສະຖານະການຄ່າເງິນສະກຸນຈ໊າດທີ່ໄຮ້ສະຖຽນລະພາບຢ່າງຮຸນແຮງ ເຮັດໃຫ້ສະຖາບັນຮັບແລກປ່ຽນເງິນຕາ Northern Breeze Exchange ໄດ້ສັ່ງປິດສາຂາທັງໝົດໃນທົ່ວປະເທດມຽນມາເປັນການຊົ່ວຄາວ.

ສຳລັບອັດຕາແລກປ່ຽນເງິນສະກຸນຈ໊າດກັບໂດລາສະຫະລັດເມື່ອວັນທີ 1 ກັນຍາແມ່ນ 1.695 ຈ໊າດ ຕໍ່ 1 ໂດລາ, ແຕ່ພໍມາເຖິງວັນທີ 28 ກັນຍາ ຄ່າເງິນຈ໊າດ ໄດ້ຕົກລົງມາຢູ່ທີ່ 2.700 ຈ໊າດ ຕໍ່ 1 ໂດລາ ຂະນະທີ່ຄ່າເງິນຈ໊າດໃນເດືອນກຸມພາແມ່ນ 1.395 ຈ໊າດ ຕໍ່ 1 ໂດລາ. ຢ່າງໃດກໍຕາມ, ທະນາຄານໂລກກໍໄດ້ຄາດຄະເນການເຕີບໂຕທາງເສດຖະກິດຂອງມຽນມາຈະຫຼຸດລົງ 18% ໃນປີນີ້ ເນື່ອງຈາກຜົນກະທົບຂອງການລະບາດຂອງພະຍາດ ໂຄວິດ-19.