ຄົນ​ນັບ​ລ້ານ​ຮື​ຮາ ກ້ອງ​ເທບ​ບັນ​ທຶກ​ພາບ​ດວງຈັນ​ເຄື່ອນ​ໄຫວ ຊັດເຈນ!!!

ภาพดวงจันทร์เคลื่อนไหว

ຄົນ​ນັບ​ລ້ານ​ຮື​ຮາ ກ້ອງ​ເທບ​ບັນ​ທຶກ​ພາບ​ດວງຈັນ​ເຄື່ອນ​ໄຫວ ຊັດເຈນ!!!

ເມື່ອ​ວັນທີ່ 29 ມິ​ຖຸ​ນາ 2015 ເວັບ​ໄຊຕ໌ Petapixel ເຜີຍ​ຄລິບ​ວິ​ດີ​ໂອ​ ​ທີ່​ບັນ​ທຶກ​ຈາກ​ກ້ອງ​ ຄອມ​ແພກທ໌ Nikon P900 ທີ່​ມາ​ພ້ອມ​ກັບ​ເລນສ໌​ລະ​ດັບ​ເທບ ສາ​ມາດຊູມ​ໄດ້​ແບບ​ທຸບ​ສະຖິຕິ ເຖິງ 83 ເທົ່າ!! ຖ່າຍ​ພາບ​ດວງຈັນ​ໄດ້​ຊັດເຈນ ເຫັນ​ໄດ້​ເຖິງ​ລາຍ​ລະອຽດ​ເລັກນ້ອຍ​ເທິງ​ດວງຈັນ ແລະ​ທີ່​ໜ້າ​ເຫຼືອເຊື່ອໄປ​ກວ່າ​ນັ້ນ ຄື​ເບິ່ງເຫັນ​ດວງຈັນ​ກຳ​ລັງ​ເຄື່ອນ​ໄຫວ​ຢ່າງ​ຊ້າ​ໆ ນຳອີກ

ຄລິບ​ວິ​ດີ​ໂອ​ນີ້​ບັນ​ທຶກ​ໄດ້​ໂດຍ ໂລ​ທາລ໌ ເລນ ຊາວ​ເຍ​ລະ​ມັນ​ຜູ້​ເປັນ​ເຈົ້າ​ຂອງ​ກ້ອງ​ຄອມ​ແພກທ໌ Nikon P900 ແລະ​ເມື່ອ​ລາວໄດ້​ນຳ​ຄລິບ​ວິ​ດີ​ໂອ​ດວງຈັນ​ຄະນະ​ກຳ​ລັງ​ໂຄຈອນ​ຮອບ​ໂລກ​ມາ​ເຜີຍ​ແພ່ ຄລິບ​ນີ້​ກໍ​ໄດ້ຮັບ​ຄວາມ​ສົນ​ໃຈ​ແລະ​ສ້າງ​ຄວາມ​ຮື​ຮາ​ຢ່າງ​ຫຼາຍ ເພາະ​ເປັນ​ສິ່ງ​ຢືນຢັນ​ໄດ້​ວ່າ​ກ້ອງ​ລຸ້ນ​ດັ່ງ​ກ່າວ​ບໍ່​ທຳມະດາ​ແທ້

ภาพดวงจันทร์เคลื่อนไหว

ภาพดวงจันทร์เคลื่อนไหว

ภาพดวงจันทร์เคลื่อนไหว

ພາບ​ຈາກ Naturbeobachtungen von Lothar Lenz ສະມາຊິກ​ Youtube

https://youtu.be/mfshAzV0FN4