ຄົນຫຼາຍຂີ້ເຫຍື້ອເພີ່ມຂຶ້ນ ທ້າທາຍຕໍ່ການຄຸ້ມຄອງ

2d7d79633bf99dded3cc540e0affbf34

 

ຂີ້​ເຫຍື້ອ​ກັບ​ພົນ­ລະ­ເມືອງ​ເປັນ​ຂອງຄູ່​ກັນ​ທີ່​ຕົວ​ເມືອງ​ໃຫຍ່​ຕ້ອງ​ ຜະ­ເຊີນ​ເປັນບັນ­ຫາ​ທ້າ​ທາຍ​ຕໍ່​ການ​ຄຸ້ມ​ຄອງ ແລະ

ເກັບມ້ຽນ​ໃນ​ໄລ­ຍະ​ຍາວ​ລັດ​ຈິ່ງ​ເລັ່ງ​ສ້າງ​ສະຖາ​ນີ​ຄ່ຽນ​ຖ່າຍ​ໃຊ້​ ທ້າຍປີ­ໜ້າ.

 

ເນື່ອງ​ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ຕົວ​ເມືອງ​ໃຫຍ່​ເປັນ​ສູນ​ກາງ​ດ້ານການ­ເມືອງ, ເສດ­ຖະ­ກິດ ແລະ ການ​ສຶກ​ສາ

ຂອງ​ປະ­ເທດ ຈິ່ງ​ມີ​ຜູ້​ຄົນ​ຫຼັ່ງ­ໄຫຼ​ເຂົ້າ​ມາອາ­ໄສ​ຢູ່​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ຊຶ່ງ​ບັນ ຫາ​ທີ່​ຕາມ​ມາ​ຄື​ການ​ເພີ່ມ​ຂຶ້ນ​ຢ່າງ​ຫຼີກ

ເວັ້ນ​ບໍ່​ໄດ້​ຂອງ​ປະ­ລິ­ມານ​ຂີ້ ​ເຫຍື້ອ​ອີງຕາມ​ຕົວ​ເລກ​ຈາກ​ການ​ສຳ​ຫຼວດ​ໃນ​ສະໜາມ​ຂີ້​ເຫຍື້ອ​ນະ­ຄອນ­ຫຼວງ​ ວຽງ​ຈັນ​ມີ

ປະ­ມານ 2 ແສນ​ກວ່າ​ໂຕນ ໂດຍ​ປະ­ຈຸ​ບັນ ຂີ້​ເຫຍື້ອ​ໄຫຼ​ເຂົ້າ​ສະ­ໜາມ​ມື້­ໜຶ່ງ 200-300 ໂຕນ ລັດ­ຖະ­ບານ ຈິ່ງ​ສ້າງ­ຕັ້ງ

​ໂຄງການ​ກໍ່­ສ້າງ​ສະ­ຖາ­ນີ​ຄ່ຽນ​ຖ່າຍ​ເພື່ອ​ຮອງ​ຮັບ​ຂີ້​ ເຫຍື້ອ​ທີ່​ຍັງ​ກະ​ແຈກ​ກະ­ຈາຍ ແລະ ເຮັດ​ໃຫ້​ເປັນ​ຈຸດ​ສຸມ.

 

ການ​ກໍ່­ສ້າງ​ສະ­ຖາ­ນີ​ຄ່ຽນ​ຖ່າຍ​ຂີ້ເຫຍື້ອ​ຢູ່​ນະ­ຄອນ­ຫຼວງ​ແມ່ນ​ ໂຄງ­ການໜຶ່ງ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ລ້າ​ຈາກປະ­ເທດ​

ຍີ່­ປຸ່ນ​ມູນ​ຄ່າ​ ຊ່ວຍ­ເຫຼືອ​ປະ­ມານ 1,3 ຕື້​ກວ່າ​ເຢນ ໂຄງ­ການ​ນີ້​ແມ່ນ​ຈະສຳ­ເລັດ​ໃນ​ເດືອນ​ພະ­ຈິກ​ປີ 2015 ຈຸດປະ­ສົງ​

ແມ່ນ​ເພື່ອ​ປັບ­ປຸງ​ການ​ຄຸ້ມ​ຄອງຂີ້​ເຫຍື້ອ​ຢູ່​ນະ­ຄອນ­ຫຼວງ​ວຽງ​ ຈັນ, ຫຼວງ​ພະ​ບາງ ແລະ ໄຊ​ຍະ​ບູ​ລີ ໂດຍຜ່ານ​ການ​ຈັດ​ຊື້​

ພາ­ຫະ­ນະ​ໃໝ່, ຍົກ​ລະດັບ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ເກັບ​ຂີ້ເຫຍື້ອ, ເຄື່ອງ​ກົນ​ຈັກ​ໜັກ, ການ​ສ້າງສະ­ຖາ­ນີ​ຄ່ຽນ​ຖ່າຍ

​ຂີ້​ເຫຍື້ອ ເພື່ອ​ຍົກ​ສູງປະ​ສິດ­ທິ​ຜົນ​ຂອງ​ວຽກ​ຢູ່​ນະ­ຄອນ­ຫຼວງວຽງ​ຈັນ, ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ເຕັກ­ນິກ​ວິ­ຊາການ

ເພື່ອ​ບັນ­ລຸ​ຄວາມ​ຍືນ​ຍົງ​ທາງ​ດ້ານການ​ດຳ­ເນີນ​ງານ ແລະ ບຳ­ລຸງ​ຮັກ­ສາສະ­ຖາ­ນີ​ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ ເພື່ອ​ຮອງ​ຮັບປະ

­ຊາ­ກອນ​ທີ່​ຈະ​ເພີ່ມ​ຂຶ້ນ ແລະ ການ​ເຕີບໂຕ​ຂອງ​ເສດ­ຖະ­ກິດ​ໃນ​ປີ 2020.

 

ພິ­ທີ​ວາງ​ສີ​ລາ​ເລີກ​ໂຄງ­ການ​ກໍ່­ສ້າງສະ­ຖາ­ນີ​ຄ່ຽນ​ຖ່າຍ​ຂີ້​ເຫຍື້ອ​ໄດ້​ ຈັດ​ຂຶ້ນ​ໃນວັນ​ທີ 28 ພະ­ຈິກ 2014 ທີ່​ບ້ານ​ນາ​ໄຫ ເມືອງ

​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ, ທ່ານ ໄຮ​ດິ ຢູ​ກິ

ໂອ​ນິ​ຊິ ທີ່​ປຶກ­ສາ​ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ ພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

 

ຂະ­ນະ​ທີ່​ກ່ອນ​ໜ້າ​ນັ້ນ​ຄື​ວັນ​ທີ 13 ພະຈິກ 2014 ກໍ​ໄດ້​ມີ​ການ​ລົງ​ນາມ​ໃນ​ບົດບັນ­ທຶກ​ຄວາມ​ເຂົ້າ­ໃຈ​ສຶກ​ສາ​ຄວາມ​ເປັນ ໄປ​

ໄດ້​ພັດ­ທະ­ນາ​ຂີ້​ເຫຍື້ອ​ໃຫ້​ເປັນ​ພະ­ລັງງານ ໂດຍ​ບໍ­ລິ­ສັດ​ຂວັນ​ເມືອງ ກຣຸບ ຈຳກັດ, ບໍ­ລິ­ສັດ​ຣາ​ຊລາວ​ບໍ­ລິ­ການ ຈຳ­ກັດ

ຮ່ວມ​ກັບ​ອົງ­ການ​ພັດ­ທະ­ນາ ແລະ ບໍ​ລິການ​ຕົວ​ເມືອງ​ວຽງ​ຈັນ ຈັບ​ມື​ກັນ​ເພື່ອ​ພັດທະ​ນາ​ຂີ້​ເຫຍື້ອ​ໃຫ້​ເປັນ​ພະ­ລັງ­ງານ​

ເຊື້ອໄຟ​ເຂົ້າ​ ໃນ​ອຸດ­ສາ­ຫະ­ກຳ​ໜັກ ໂດຍ​ສະເພາະ​ໂຮງ­ງານ​ຊີ­ມັງ.

 

ຜ່ານ​ມາ​ຂີ້​ເຫຍື້ອ​ທີ່​ຂົນ​ອອກ​ຈາກ​ນະຄອນ​ຫຼວງ​ວຽງ​ຈັນ​ກໍ​ພຽງ​ນຳ­ໄປ​ສະ​ ສົມໄວ້​ທີ່​ສະ­ໜາມ​ຂີ້​ເຫຍື້ອ​ເທົ່າ​ນັ້ນ ຊຶ່ງ​ຍັງ​ບໍ່ເຄີຍ

​ມີ​ບໍ­ລິ­ສັດ​ໃດ​ນຳ­ໄປ​ພັດ­ທະ­ນາ​ເປັນຢ່າງ​ອື່ນ ແລະ ເທື່ອ​ນີ້​ເປັນ​ໂຄງ­ການ​ທຳອິດ​ທີ່​ອົງ­ການ​ພັດ­ທະ­ນາ ແລະ ບໍ­ລິ­ການຕົວ​

ເມືອງ​ວຽງ​ຈັນ​ໄດ້​ຈັບ​ມື​ກັບ​ບໍ­ລິ­ສັດຣາ​ຊລາວ​ບໍ­ລິ­ການ ຈຳ­ກັດ ແລະ ບໍ­ລິ­ສັດຂວັນ​ເມືອງ ກຣຸບ ຈຳ­ກັດ ຈະ​ເປັນ​ຜູ້​ຫັນປ່ຽນ

​ຂີ້​ເຫຍື້ອ​ໃຫ້​ເປັນ​ຄຸນ­ຄ່າ, ມີ​ລາ­ຄາ​ສູງ ກໍ​ຄື​ປຸງ​ແຕ່ງ​ເປັນ​ພະ­ລັງ­ງານ​ທົດ​ແທນ ແລະ ລາ­ຄາ​ຈະ​ຕ່ຳ​ກວ່າ​ລາ­ຄາ​ຖ່ານ​ຫີນ 10%.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ