ຄົນສູບຢາຕິດໂຄວິດ-19 ມີຄວາມສ່ຽງເສຍຊີວິດໄດ້ງ່າຍກວ່າຄົນບໍ່ສູບຢາ

Tobacco
Tobacco

ເມື່ອກ່າວເຖິງສະຖານະການການລະບາດຂອງໂຣກໂຄວິດ-19 ທົ່ວໂລກຍັງຢູ່ໃນລະດັບຄວາມຮຸນແຮງ ເນື່ອງຈາກວ່າມີຈຳນວນຜູ້ຕິດເຊື້ອ ແລະ ຈຳນວນຜູ້ເສຍຊີວິດໃນແຕ່ລະວັນເພີ່ມຂຶ້ນ ສຳລັບປະເທດລາວກໍ່ມີລາຍງານຜູ້ຕິດເຊື້ອເພີ່ມຂຶ້ນທຸກວັນ ແຕ່ກໍ່ຍັງມີບາງກຸ່ມຄົນທີ່ພະຍາຍາມສົ່ງຕໍ່ຂໍ້ມູນທີ່ວ່າ ການຕິດເຊື້ອໂຄວິດ-19 ບໍ່ເລື່ອງເປັນຕາຢ້ານ ເມື່ອປິ່ນປົວຫາຍແລ້ວກໍ່ກັບມາໃຊ້ຊີວິດປົກກະຕິ ການລະບາດນີ້ບໍ່ແມ່ນເລື່ອງສຳຄັນ.

ໜຶ່ງໃນປັດໄຈທີ່ສຳຄັນສົ່ງຜົນໃຫ້ເຊື້ອໄວຣັດຊະນິດນີ້ຮຸນແຮງຂຶ້ນນັ້ນກໍ່ຄືການສູບຢາ ແລະ ດື່ມເຄື່ອງດື່ມແອລກໍຮໍ ໂດຍມີລາຍງານຈາກວາລະສານການແພດຂອງຈີນລະບຸວ່າ ຜູ້ປ່ວຍໂຄວິດ-19 ທີ່ມີອາການໜັກລວມເຖິງເສຍຊີວິດ ສ່ວນໃຫຍ່ເປັນຜູ້ປ່ວຍທີ່ສູບຢາຫຼາຍກວ່າຜູ້ທີ່ບໍ່ສູບຢາເຖິງ 14 ເທົ່າ ເນື່ອງຈາກການສູບຢາມັນສົ່ງຜົນກະທົບຕໍ່ທາງເດີນຫາຍໃຈ ແລະ ຕໍ່ສຸຂະພາບ.

ແພດຈາກກົມຄວບຄຸມໂຣກ ໂຮງໝໍ ລາມາທິບໍດີ ປະເທດ ໄທ ກ່າວວ່າ ການສູບຢາ ແລະ ພົ່ນຄວັນຢາສູບອອກມາຈະມີລະອອງອາຍຢາສູບອອກມານຳ ຫາກເປັນຜູ້ຕິດເຊື້ອສູບຢາຈະສ່ຽງເປັນຜູ້ແຜ່ໂຣກໂຄວິດ-19 ໄດ້ແບບບໍ່ຮູ້ຕົວ ເນື່ອງຈາກວ່າຢາສູບ ໂດຍສະເພາະຢາສູບໄຟຟ້າ ເມື່ອມີການພົ່ນຄວັນຢາສູບອອກມາກໍ່ຈະມີສານຄັດຫຼັ່ງເຊັ່ນ ນໍ້າລາຍ, ເສມຫະ ແລະ ແບັກທີເຣຍ ປົນເປື້ອນອອກມາພ້ອມ ມັນຈະເຮັດໃຫ້ເຊື້ອໄວຣັດກະຈາຍໄດ້ງ່າຍ ຜູ້ທີ່ຢູ່ໃກ້ບໍລິເວນ ຫຼື ຮ່ວມສູບຢາມ້ວນດຽວກັນກໍ່ສ່ຽງຕໍ່ການຕິດໂຣກ.
ບົດໂດຍ: ພຸດສະດີ