ຄົນດີ…ທີ່ຮັກ ຕອນທີ 11 (ຕອນຈົບ)

ອ່ານຕໍ່ຈາກສະບັບກ່ອນ…

ສຽງເຄາະປູດັງຂຶ້ນ ນ້ຳໄດ້ລຸກຈາກຕັ່ງເພື່ອໄປໄຂປະຕູ ເມື່ອໄຂປະຕູຫ້ອງອອກໄປກໍ່ເຫັນຊາຍຄົນໜຶ່ງຢືນຢູ່ຕໍ່ໜ້າປະກົດວ່າ ບໍ່ແມ່ນຊຽງ ຄວາມດີໃຈໄດ້ຫາຍໄປທັນທີ ເພາະຜູ້ຊາຍທີ່ມາເຄາະປະຕູນັ້ນແມ່ນແຟນຂອງຄົນຂ້າງຫ້ອງທີ່
ຫຼົງມາເຄາະປະຕູຜິດຫ້ອງ, ເມື່ອຊາຍຄົນນັ້ນຍ່າງຈາກໄປນ້ຳຈິ່ງອັດປະຕູຫ້ອງໄວ້ຄືນ ແລ້ວກັບມານັ່ງທີ່ໂຊຟາໜ້າໂທລະທັດບ່ອນເກົ່າ ດ້ວຍອາລົມງຸດງິດ ຕອນນີ້ເປັນເວລາ 22:00 ໂມງພໍດີແຕ່ຍັງບໍ່ເຫັນຊຽງມາ ໂທຫາບໍ່ຮັບສາຍ, ສົ່ງຂໍຄວາມໄປກໍ່ບໍ່ຕອບ ຍິ່ງເຮັດໃຫ້ນ້ຳຫງຸດງິດໃຈຂຶ້ນກວ່າເກົ່າ  ບຶດໜຶ່ງກໍ່ມີສຽງເຄາະປະຕູອີກຄັ້ງ ນ້ຳນັ່ງມິດຕັ້ງໃຈຟັງສຽງທີ່ດັງມາຈາກປະຕູເປັນສຽງຜູ້ຊາຍນ້ຳກໍ່ໝັ້ນໃຈແລ້ວວ່າເປັນຊຽງແນ່ນອນ ນ້ຳຄິດໃນໃຈວ່າຈະຄຽດໃຫ້ເຕັມທີ່ ນາງຍ່າງນ້າບູດບຶ້ງໄປເປີດປະຕູ ແຕ່ພໍເປີດປະຕູອອກໄປ ເຮັດຕຸກກະຕາໝີໂຕໃຫຍ່ທີ່ຊຽງອຸ້ມບັງນ້າລາວໄວ້ ພຽງເທົ່ານັ້ນລະ ອາລົມມືດຄຶ້ມກໍ່ປ່ຽນເປັນສະຫວ່າງແຈ້ງຂຶ້ນມາທັນທີ ນ້ຳຕ້ອນຮັບຊຽງດ້ວຍຮອຍຍິ້ມທີ່ສົດໃສ ເພາະຖືກໃຈກັບຂອງຂັວນທີ່ໄດ້ຮັບ ຈົນລືມໄປວ່າຕົນເອງກຳລັງຄຽດໃຫ້ຊຽງຢູ່ ຊຽງໄດ້ເອົາຕຸກກະຕາໝີໄປໄວ້ທີ່ໂຊຟາ ແລ້ວເວົ້າກັບນ້ຳວ່າ

ຊຽງ: ຂໍໂທດທີ່ມາຊ້າ! ຫວັງວ່າຈະບໍ່ຊ້າຈົນເກີນໄປ

ນ້ຳ (ຢືນກອດເອິກ): ເຮິ! ເຫັນແກ່ຂອງຂັວນມື້ນີ້ໜ້າເພິ່ງພໍໃຈ! ຄັ້ງນີ້ຂ້ອຍຈະຍົກໂທດໃຫ້ (ທ້ອງຮ້ອງເພາະຫິວເຂົ້າ) ດຽວເຮົາກິນເຂົ້ານຳກັນເນາະ! ຂ້ອຍເຮັດອາຫານໄວ້ຖ້າກິນນຳເຈົ້າລາຍຢ່າງເລີຍ

ຊຽງເມື່ອຮູ້ວ່ານ້ຳຍັງບໍ່ທັນໄດ້ກິນເຂົ້າເມື່ອ ລາວຈິ່ງພານ້ຳອອກໄປກິນອາຫານທາງນອກບ້ານ ທີ່ຮ້ານອາຫານແຖວຂອບໃຈເດີ້ ໃນວັນວາເລັນທາຍມີຄູ່ຮັກໄວໜຸ່ມສາວຫຼາຍຄູ່ອອກມາສະຫຼອງວັນແຫ່ງຄວາມຮັກ ນ້ຳ ກັບຊຽງກໍ່ໄດ້ນັ່ງກິນອາຫານ, ດື່ມເບົາໆ, ຟັງເພງມ່ວນໆຄວາມໝາຍດີໆ ແລ້ວນ້ຳກໍ່ໄດ້ມອບໂມງທີ່ກຽມມານຳເປັນຂອງຂັວນວັນວາເລັນທາຍໃຫ້ຊຽງ ເຊິ່ງເປັນຂອງຂັວນທີ່ຊຽງຖືກໃຈສຸດໆ ເພາະລາວກຳລັງຄິດວ່າຈະໄປຊື້ໂມງມາໃສ່ພໍດີ ພວກເຂົາທັງສອງໄດ້ນັ່ງລົມກັນໃນຮ້ານອາຫານຈົນເກືອບຮອດທ່ຽງຄືນ ເມື່ອເຫັນວ່າມັນເດິກແລ້ວພວຫເຂົາກໍ່ພາກັນກັບເຮືອນໂດຍຊຽງເປັນຄົນຂັບລົດມາສົ່ງ ຕາມທາງມາພວກເຂົາເຫັນໄວລຸ້ນຈຳນວນຫຼາຍຄູ່ຊ້ອນລົດຈັກໄປນຳກັນ ພໍດີຂັບລົດກາຍບ້ານພັກ ຊຽງເລີຍເວົ້າຂຶ້ນວ່າ

ຊຽງ: ມື້ນີ້ກິດຈະການບ້ານພັກ, ໂຮງແຮມຄຶກຄື້ນເປັນພິເສດ

ນ້ຳ: ແນ່ນອນຢູ່ແລ້ວ! ເພາະໃນວັນວາເລັນທາຍຈະເປັນວັນທີ່ຄູ່ຮັກມັກຈະສະແດງຄວາມຮັກໃຫ້ແກ່ກັນ ແລະ ພິເສດມື້ນີ້ຈະເປັນວັນທີ່ແມ່ຍິງເສຍຕົວຫຼາຍທີ່ສຸດ (ຖອນຫາຍໃຈ)

ຊຽງ (ແນມເບິ່ງໜ້ານ້ຳດ້ວຍສາຍຕາ ແລະ ຮອຍຍິ້ມທະລຶ້ງ): ຊັ້ນເຮົາລອງສະແດງຄວາມຮັກແບບຄູ່ຮັກຄົນອື່ນດີບໍ່

ນ້ຳ (ຄິດໃນໃຈ “ຊຽງວົນເຂົ້າເລື່ອງຢ່າງວ່າອີກແລ້ວ”):​ ຄູ່ເຮົາເປັນຄູ່ທີ່ພິເສດກວ່າຄູ່ອື່ນຢູ່ແລ້ວ ສະນັ້ນຕ້ອງເຮັດແຕກຕ່າງຈາກຄູ່ຮັກອື່ນ​! ສະແດງຄວາມຮັກກັນແບບນີ້ລະດີແລ້ວ

ຊຽງ (ຖອນຫາຍໃຈ ແລ້ວຄິດໃນໃຈ): ອົດອີກແລ້ວເຮົາ

ມື້ໃໝ່ທີ່ຫ້ອງການ 3SN ຊຽງໄດ້ເອີ້ນ ສິດ ກັບ ໄຊ ແລະ ກອນ (ພະນັກງານຝ່າຍຄີຣເອທີບ) ເຂົ້າມາໃນຫ້ອງເຮັດວຽກສ່ວນຕົວຂອງລາວ ເພື່ອແຈ້ງກ່ຽວກັບວຽກໃໝ່

ຊຽງ: ທີ່ເອີ້ນພວກເຈົ້າມານີ້ ເພື່ອຈະມາບອກວ່າ ມີອົງການສິ່ງແວດລ້ອມຕິດຕໍ່ມາ ເພື່ອຈະໃຫ້ພວກເຮົາເຮັດໂຄສະນາໃຫ້ ກ່ຽວກັບການເຊີນຊວນຄົນໃນສັງຄົມໃຫ້ຫັນມາໃສ່ໃຈຄວາມສະອາດຂອງບ້ານເມືອງຫຼາຍຂຶ້ນ (ສັງເກດບໍ່ເຫັນ ກອນ) ອ້າວ ກອນເດຊັ່ນ ຄືບໍ່ເຂົ້າມານຳ

ສິດ: ກອນບໍ່ສະບາຍເປັນໄຂ້ຍຸງເຂົ້າໂຮງໝໍວານນີ້

ຊຽງ: ອໍອອອ! ຊັ່ນງານນີ້ເຮົາຕ້ອງຄິດກັນເອງເນາະ

ໄຊ: ຊ່ວງນີ້ຈົ້າຍັງວ່າງຢູ່ຕວະ! ຊຽງ! ຊັ້ນເຈົ້າຄິດເລີຍ ເພາຂ້ອຍຍັງຄາວຽກຫຼາຍກ່ຽວກັບການຈັດງານອີເວັນຮ້ານຄຳ

ສິດ: ຂໍບ່າຍເດີ້! ງານນີ້! ຕອນນີ້ຂ້ອຍຄາອອກແບບ ເວທີ,​ ໂພສເຕີ… ທີ່ກຽມໃສ່ງານອີເວັນຮ້ານຄຳຄືກັນ

ຊຽງ: ເຮີ້ຍ! ໂອເຄຂ້ອຍຈະຄິດເອງ ຖ້າຄິດໄດແນວໃດລະຂ້ອຍຈະນຳສະເໜີຜ່ານພວກເຈົ້າອີກຄັ້ງໜຶ່ງ

ໃນຂະນະທີ່ຊຽງກຳລັງນັ່ງຄິດງານ ຢູ່ສຽງຂໍ້ຄວາມເຟສບຸກກໍ່ດັງຂຶ້ນ

ນ້ຳ (ເຟວບຸກ): ສວາຍແລ້ວ! ກິນເຂົ້າລະ!

ຊຽງ (ເຟສບຸກ): ນ້ຳກິນກ່ອນເລີຍ! ຕອນນີ້ຂ້ອຍຍັງຄິດວຽກຢູ່

ນ້ຳ (ເຟສບຸກ):​ ງານກ່ຽວກັບຫຍັງໃຫ້ຊ່ວຍຄິດບໍ່! ຂ້ອຍຊ່ວຍຄິດໄດ້ໃດ໋

ຊຽງ (ເຟສບຸກ): ໂຄສະນາໃຫ້ ກ່ຽວກັບການເຊີນຊວນຄົນໃນສັງຄົມໃຫ້ຫັນມາໃສ່ໃຈຄວາມສະອາດຂອງບ້ານເມືອງຫຼາຍຂຶ້ນ,​ ເຊິ່ງມີຄວາມຍາວບໍ່ເກີນ 3 ນາທີ

ນ້ຳ (ຄິດໃນໃຈ “ເວລາສັ້ນແທ້ ພຽງ 3 ນາທີ”) ຕອບກັບເຟສບຸກ:​ ຂໍເວລາຄິດແປັບໜຶ່ງເດີ້

ຊຽງ: ອື້

ນ້ຳ (ເຮັດຂິ້ວຫຍໍ້ເກືອບຈຸກັນໃນເວລາໃຊ້ຄວາມຄິດ ສຸດທ້າຍນາງກໍ່ຄິດອອກ ແລ້ວພິມຕອບກັບໄປວ່າ): ຈຳລອງເຫດການ ມີສາວງາມກຸ່ມໜຶ່ງກຳລັງຢືນເບິ່ງຜູ້ຊາຍສອງຄົນທີ່ນັ່ງຢູ່ຕັ່ງຫີນຂ້າງໆກັນໃນສວນສາທາລະນະຈຸດທີ່ເປັນຊຸມຊົນຄົນຫຼາຍ ຜູ້ຊາຍຄົນທີ 1 ເປັນຄົນຫຼໍ່ ແຕ່ງຕົວດີ ມີສະໄຕລ ກຳລັງນັ່ງກິນອາຫານ ແລະ ຖິ້ມເສດອາຫານ ແລະ ຂີ້ເຫຍື້ອລົງພື້ນ,​ ເຊິ່ງຕ່າງຈາກຜູ້ຊາຍຄົນທີ 2 ເປັນພຽງຜູ້ຊາຍທຳມະດາ ໜ້າຕາ, ການແຕ່ງຕົວກໍ່ທຳມະດາ ແລະ ກິນອາຫານຄືກັນກັບຊາຍຄົນທີ່ 1 ແຕ່ເສດອາຫານ ແລະ ຂີ້ເຫຍື້ອອາຫານລາວເກັບຫໍ່ໄວ້ເປັນຢ່າງດີບໍ່ໃຫ້ແມ່ນແຕ່ເສດສິ້ນສ່ວນດຽວຕົກລົງພື້ນດິນ ຈາກນັ້ນຜູ້ຊາຍທັງສອງກໍ່ເຫັນ ກຸ່ມສາວງາມຍ່າງມາທາງພວກເຂົາ ຜູ້ຊາຍຄົນທີ 1 ໝັ້ນໃຈວ່າ ສາວໆກຸ່ມນັ້ນຈະຕ້ອງຍ່າງມາຫາຕົນເອງ ລາວຈິ່ງລຸກຂຶ້ນຈາກຕັ່ງແລ້ວຢືດອົກໂຊແມນດ້ວຍຄວາມໝັ້ນໃຈ ແຕ່ສຸດທ້າຍຜູ້ຊາຍຄົນທີ່ໜຶ່ງກໍ່ໜ້າແຕກ ເພາະສາວໆກຸ່ມນັ້ນຍ່າງກາຍລາວໄປຫາຜູ້ຊາຍຄົນທີ່ 2 ແລ້ວຜູ້ຊາຍຄົນທີ 2 ກໍ່ຍິ້ມດ້ວຍຮອຍຍິ້ມເຢາະເຢີ້ຍຜູ່ຊາຍຄົນທີ່ 1, ຫຼັງຈາກນັ້ນ ເຮົາອາດຈະມີຄຳຂັວນ ສັ້ນໆ ເດັດໆ ຂຶ້ນອັດທ້າຍ ໂຄສະນາ! ເຈົ້າຄິດວ່າແບບນີ້ພໍໃຊ້ໄດ້ບໍ່

ຊຽງ: ເອົາແບບນີ້ລະ! ສັ້ນໆ! ເຂົ້າໃຈງ່າຍ ແລະ ບໍ່ຄືໃຜ

ນ້ຳຮູ້ສຶກດີໃຈທີ່ຊຽງມັກແນວຄວາມຄິດຂອງລາວ ຊຽງກໍ່ໄດ້ເອົາແນວຄວາມຄິດນີ້ໄປສະເໜີໃຫ້ ໄຊ ແລະ ສິດ ພິຈາລະ ນາຮ່ວມ ແລະ ທັງສອງກໍ່ເຫັນດີຄວາມຄິດນີ້ ດັ່ງນັ້ນພວກເຂົາຈິ່ງຕັດສິນໃຈສົ່ງແນວຄວາມຄິດນີ້ໄປໃຫ້ລູກຄ້າ ແລະ ເປັນຄວາມໂຊກດີທີ່ລູກຄ້າກໍ່ມັກຮູບແບບໂຄສະນານີ້ຄືກັນ ເມື່ອໄດ້ຮັບການອະນຸມັດຈາກລູກຄ້າແລ້ວພວກເຂົາກໍ່ເຮັດການຖ່າຍທຳໂຄສະນານີ້ທັນທີ ເມືອຖ່າຍທຳສຳເລັດ ກໍ່ໄດ້ເຜີຍແຜ່ອອກທາງໂທລະພາບ

ນັບຈາກນັ້ນມານ້ຳກໍ່ເລີ່ມເຂົ້າມາມີບົດບາດຄິດເລື່ອງວຽກງານຊ່ວຍຊຽງໃນບາງເລື່ອງ ແລະ ບາງຄັ້ງນ້ຳຍັງໄດ້ຊ່ວຍຊຽງໃນການພາກສຽງປະກອບສະປອດໂຄສະນາໃຫ້ລູກຄ້າອີກດ້ວຍ, ນ້ຳ ກັບ ຊຽງ ທັງສອງໄດ້ອອກງານສັງຄົມນຳກັນຫຼາຍຂຶ້ນ ຊຽງໄດ້ແນະນຳໃຫ້ລູກຄ້າຮູ້ຈັກນ້ຳໃນຖານະຄົນຮັກຂອງລາວ ເຊິ່ງໃນສາຍຕາຫຼາຍຄົນທີ່ເບິ່ງຄູ່ຂອງນ້ຳ ກັບຊຽງ ສ່ວນຫຼາຍຕ່າງກໍ່ເວົ້າເປັນສຽງດຽວກັນວ່າ ທັງສອງເປັນຄູ່ທີ່ເໝາະສົມກັນຫຼາຍ ທັງເລື່ອງຄວາມງາມ ແລະ ຄວາມຄິດທັກສະນະຄະຕິຕ່າງໆ, ນ້ຳບໍ່ແມ່ນເປັນພຽງຍິງສາວທີ່ຄວາມງາມຢ່າງດຽວເທົ່ານັ້ນ ແຕ່ນ້ຳຍັງເປັນຄົນສະ ຫຼາດ, ມີສະຕິ, ໄຫວພິບດີ ຮູ້ຈັກປັບຕົວເຂົ້າທຸກສະພາບເຫດການ ແລະ ຍັງຄິດບວກ ບໍ່ວ່າຈະເກີດບັນຫາເລື່ອງວຽກງານພຽງໃດ ແຕ່ຊຽງກໍ່ຜ່ານມັນມາໄດ້ສະເໝີດ້ວຍຄຳເວົ້າ ແລະ ຮອຍຍິ້ມຂອງນ້ຳ ຍ້ອນເຫດຜົນນີ້ ນ້ຳຈິ່ງໄດ້ກາຍເປັນຄວາມຮັກທີ່ງົດງາມ ແລະ ຊີວິດທີ່ງົດງາມຂອງຊຽງ.

ເລື່ອງລາວໄດ້ເຄື່ອນໄປຕາມການເວລາ ແລ້ວໃນທີ່ສຸດນ້ຳກໍ່ໄດ້ຮຽນຮອດປີສຸດທ້າຍແລ້ວ ຊຽງອົດໃຈລໍຕໍ່ໄປບໍ່ໄຫວ ລາວຢາກພັດທະນາຄວາມສຳພັນລະຫວ່າງທັງສອງໃຫ້ມີຄວາມໝາຍ ແລະ ຜູກມັດກັນຍິ່ງຂຶ້ນ ເພາະຢ້ານມີຄົນມາຢາດເອົານ້ຳໄປຈາກຕົນເອງ ດັ່ງນັ້ນໃນຊ່ວງປີໃໝ່ລາວ ຊຽງຈິ່ງໄດ້ໄປທ່ຽວຫຼິ້ນປີໃໝ່ທີ່ບ້ານຂອງນຳ ເພື່ອສວາຍໂອກາດຕີສະໜິດເຂົ້າທາງພໍ່ແມ່ຍາດຜູ້ໃຫຍ່ຂອງນ້ຳ ແລະ ຍັງໄດ້ໄປທ່ຽວກັບນ້ຳອີກດ້ວຍ.

ເມືອໄດ້ມາຮອດເຮືອນຮອດຊານຂອງນ່ຳ ຊຽງກໍ່ໄດ້ຮັບຮູ້ເຖິງຊີວິດການເປັນຢູ່ຂອງຄອບຄົວນ້ຳ ເຊິ່ງຄວາມຈິງແລ້ວຄອບຄົວນ້ຳກໍ່ບໍ່ແມ່ນຄອບຄົວທີ່ຍາກຈົນ ພໍ່ກັບແມ່ຂອງນ້ຳເປັນແພດປະຈຳຢູ່ໂຮງໝໍແຂວງຊຽງຂວາງ ແລະ ເຮືອນຂອງນ້ຳຍັງເປີດຄຣີນິກປິ່ນປົວພະຍາດອີກດ້ວຍ

ພໍ່ແມ່ນຂອງນ້ຳມີລູກຢູ່ສອງຄົນ ນ້ຳເປັນລູກສາວກົກ ແລະ ນ້ຳກໍ່ມີນ້ອງຊາຍຄົນໜຶ່ງທີ່ກຳລັງຮຽນຢູ່ຊັ້ນ ມໍປາຍ ເຊິ່ງຊຽງສຳພັດໄດ້ເຖິງໜ້າຮັກ, ອົບອຸ່ນຫຼາຍ ທີ່ມີຢູ່ໃນຄອບຄົວຂອງນ້ຳ ໃນຊ່ວງໄລຍະ 1 ອາທິດທີ່ຊຽງຢູ່ຊຽງຂວາງ ນ້ຳໄດ້ພາຊຽງໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງຕ່າງໆຂອງແຂວງຊຽງຂວາງ ແລະ ຍັງພາໄປແນະນຳໃຫ້ກັບ ເພື່ອນຝູງ,​ຍາດຕິພີ່ນ້ອງຂອງນາງ, ຄວາມຮັກຂອງທັງສອງບໍ່ມີອຸປະສັກ ເພາະເພື່ອນຝູງ, ຍາດຜູ້ໃຫຍ່ຂອງນ້ຳຕ່າງເຫັນດີເຫັນພ້ອມໃຫ້ທັງສອງຄົນຄົບກັນ ຫຼື ຈະແຕ່ງງານກັນ

ເມື່ອຜູ້ໃຫຍ່ເປີດໄຟຂຽວ ຊຽງກໍ່ບໍ່ຊັກຊ້າ ລາວໄດ້ບອກພໍ່ແມ່ ແລະ ອ້າຍຂອງລາວ ຂຶ້ນຍົນຈາກວຽງຈັນ ມາຊຽງຂວາງດ່ວນ ເພື່ອສູ່ຂໍໝັ້ນໝາຍນ້ຳຈາກພໍ່ແມ່ ເມື່ອພໍ່ແມ່ ແລະ ອ້າຍຂອງຊຽງໄດ້ຮັບຂ່າວອັນເປັນມົງຄຸນພວກເພິ່ນກໍ່ຟ້າວມາທັນມີ ຜູ້ໃຫຍ່ທັງສອງຝ່າຍໄດ້ກິນອາຫານ ແລະ ນັ່ງລົມກັນ ແລ້ວສຸດທ້າຍພໍ່ແມ່ຂອງນ້ຳກໍ່ຍອມຍົກລູກສາວໃຫ້ຊຽງເບິ່ງແຍງຕໍ່ຈາກພວກເພິ່ນ ເຊິ່ງມັນສ້າງຄວາມສຸກໃຫ້ກັບຊຽງ ແລະ ນ້ຳເປັນຢ່າງຍິ່ງ, ໃຈຈິງແລ້ວຊຽງຢາກເຮັດພິທີໝັ້ນເຊົ້າແຕ່ງແລງເລີຍ ແຕ່ນ້ຳຂໍໃຫ້ເລື່ອນງານແຕ່ງອອກໄປຈັດຫຼັງຈາກທີ່ນາງຮຽນຈົບກ່ອນ ດັ່ງນັ້ນພວກເຂົາຈິ່ງຈັດພິທີໝັ້ນຢ່າງອົບອຸ່ນທີ່ເຮືອນຂອງນ້ຳກ່ອນ ໂດມີເພືອນຮັກຂອງທັງສອງ ຢ່າງ ສິດ, ໄຊ ແລະ ເກດ ກໍ່ມາຮ່ວມງານໝັ້ນຂອງທັງສອງນຳ

ເລື່ອງລາວຄວາມຮັກທີ່ງົດງາມຂອງທັງຄູ່ “ນ້ຳ ກັບ ຊຽງ” ກໍ່ໄດ້ຈົບລົງໄປດ້ວຍຄວາມສຸກສົມຫວັງ ຍັງເຫຼືອແຕ່ ເພື່ອນຮັກຢ່າງ ໄຊ,​ ສິດ ແລະ ເກດ ທີ່ຍັງໂສດ ທັງສາມຈະມີຮູບແບບຄວາມຮັກອອກມາເປັນແນວໃດ ຕ້ອງຕິດຕາມເລື່ອງຕໍ່ໄປ

ແຕ່ງໂດຍ:​ ແອັດມິນ ປັອກເລັກ ລາວໂພສຕ໌

ຕິດຕາມນານາສາລະ ກົດໄລຄ໌ເລີຍ!