ຄົນດີ…ທີ່ຮັກ ຕອນທີ 1

ມື້ລົງທະບຽນກ່ອນເປີດເທີມເຂົ້າຮຽນ ທີ່ວິທະຍາໄລແຫ່ງໜຶ່ງໃນນະຄອນຫຼວງ ສອງສາວແລ່ນໜ້າຕັ້ງເຂົ້າໄປທີ່ຫ້ອງລົງທະບຽນຮຽນດ້ວຍຄວາມຮ້ອນໃຈເນື່ອງຈາກອີກບໍ່ຮອດ 20 ນາທີ ທາງໂຮງຮຽນກໍ່ປິດຮັບລົງທະບຽນຮຽນແລ້ວ ແລະ ໃນທີ່ສຸດ ສີສຸດາ (ນ້ຳ) ນາງເອກຂອງເລື່ອງ ແລະ ເພື່ອນຮັກ ເກດມະນີ (ເກດ) ທັງສອງກໍ່ລົງທະບຽນຮຽນເປັນທີ່ຮຽບຮ້ອຍ ຫຼັງຈາກນັ້ນພວກນາງກໍ່ຍ່າງອອກມາຈາກຫ້ອງລົງທະບຽນແລ້ວພາກັນຍ່າງມຸ່ງໜ້າໄປຫາຄອກຝາກລົດຈັກຂອງໂຮງຮຽນ ໃນຂະນະທີ່ສອງສາວກຳລັງຍ່າງໄປທີ່ຄອກຝາກລົດ ກໍ່ໄດ້ຍ່າງສວນທາງກັບສາມໜຸ່ມ ສຸດຫຼໍ່ຄະນະວິທະຍາສາດຄອມພິວເຕີ ໄອດໍ້ຂອງໂຮງຮຽນຢ່າງ “ຊຽງ” ພະເອກຂອງເລື່ອງ ກັບເພື່ອນຮັກ “ສິດ ແລະ ໄຊ” ເກດ ໄດ້ເຫັນລັງສີຄວາມຫຼໍ່ ຄວາມເທ້ຂອງທັງສາມໜຸ່ມຈົນອຶ້ງ ດັ່ງນັ້ນ ເກດ ຈິ່ງໄດ້ດຶງແຂນຂອງນ້ຳທີ່ກຳລັງຍ່າງໄວ້ແລ້ວຢຸດຫັນມາເບິ່ງ ສາມໜຸ່ມ ສ່ວນສາມໜຸ່ມເມື່ອ ເຫັນຄວາມງາມ ແລະ ຄວາມໜ້າຮັກຂອງທັງສອງສາວກໍ່ຢຸດນິ້ງ ແລ້ວຫັນມາເບິ່ງ ທັງຫ້າຄົນຫັນໜ້າມາເບິ່ງໜ້າກັນ ສິດ ແລະ ໄຊ ອອກອາການດຸກດິກເມື່ອເຫັນສາວງາມ ພ້ອມຄິດຍ່າງເຂົ້າໄປຈີບ ແຕ່ສຳລັບ ຊຽງ ຜູ້ຊາຍສາຍນິ້ງບໍ່ໄດ້ສະແດງອາການໃດໆທີ່ບົ່ງບອກວ່າມີຄວາມສົນໃຈສອງສາວນັ້ນເລີຍ ເຖິງພາບລັກຂອງຊຽງຈະເປັນຜູ້ຊາຍນິ້ງໆ ແຕ່ກໍ່ສະແດງອອກທາງສາຍຕາ ພຽງບໍ່ເທົ່າໃດນາທີ ຊຽງໄດ້ສະແກນຮູບລັກລັກສະນະຂອງ ນ້ຳ ໃນສະໝອງເປັນທີ່ຮຽບຮ້ອຍ ທັງໃບໜ້າສ້ວຍງາມຜິວທີ່ຂາວນວນ, ດັງໂມ ຮີມສົບບາງໆສີບົວອ່ອນ ແວວຕາໃສຊື່ໆເປັນຕາແພງ ຂອງ ນ້ຳ ຈົນເຖິງສັງເກດເບິ່ງຫຸ່ນຮອຍບໍ່ວ່າຈະເປັນສ່ວນສູງ ຄວາມຕຸ້ຍຈ່ອຍ ແລະ ສີຜິວທຸກຢ່າງພໍດີງາມບໍ່ຕຸ້ຍບໍ່ຈ່ອຍ ການແຕ່ງຕົວກໍ່ສະອາດ ດ້ວຍສາຍຕາທີ່ມີເລ່ສະໄນ ເຊັ່ນດຽວກັນກັບ ນ້ຳ ທີ່ສຳພັດໄດ້ສະແກນຮູບລັກລັກສະນະຂອງ ຊຽງ ໃນສະໝອງເປັນທີ່ຮຽບຮ້ອຍ. ດ້ວຍຄວາມເຂີນອາຍແຮງ ນ້ຳ ແລະ ເກດ ຈິ່ງຟ້າວຍ່າງໄປຫາຄອກລົດໂດຍໄວ ເຮັດໃຫ້ ສິດ ກັບ ໄຊ ເສຍໂອກາດທີ່ຈະໄດ້ທຳຄວາມຮູ້ຈັກກັບສອງສາວນັ້ນເລີຍ

ສິດ ກັບ ໄຊ: ອ້າວ… ໄປລະ

ສິດ: ຟ້າວໄປໃສເດ້ ຍັງບໍ່ໄດ້ແນະນຳຕົວຊ້ຳ

ຊຽງ:​ (ທັງເວົ້າທັງຍ່າງ) ສອງສາວນັ້ນແມ່ນໃຜ ພວກເຈົ້າຄືໃຫ້ຄວາມສົນໃຈເປັນພິເສດແທ້

ໄຊ: (ຍ່າງກອດຄໍຊຽງ) ເຮີ້ຍ! ນີ້ແຫຼະດາວຄະນະເຮົາ ສາວຄົນງາມໆນັ້ນ ຊື້ ວ່ານ້ຳ ສ່ວນສາວທີ່ມານຳນາງແມ່ນເພື່ອນຮັກຂອງນາງ ເປັນລຸ້ນນ້ອງພວກເຮົາເອງນິລະ

ສິດ: (ແນມເບິ່ງໜ້າຊຽງ) ຢ່າບອກໄດ້ວ່າໂຕບໍ່ຮູ້ຈັກນາງ! ສາວນ້ຳ ຖືວ່າ ຮ໋ອດທີ່ສຸດໃນໂຮງຮຽນເຮົາເລີຍ ນາງມີທັງຄວາມງາມ, ສະຫຼາດ, ຮຽນເກັ່ງ ແລະ ທີ່ສຳຄັນນາງຍັງໂສດ ປີນີ້ນາງໜ້າຈະຮຽນຢູ່ປີສາມແລ້ວລະ

ຊຽງ: (ຍິ້ມເບົາ ແລະ ຄິດໃນໃຈ) ໂປຣຟາຍໜ້າສົນໃຈ

ໄຊ: ໄດ້ຍິນເຂົາວ່າມາດຕະຖານຄົນຮັກນາງວາງໄວ້ສູງຫຼາຍ ຫຼາຍຄົນທີ່ເຄີຍເຂົ້າໄປຈີບນາງກໍ່ຕ້ອງພາກັນຜິດຫວັງໝົດ ຈົນຕອນນີ້ບໍ່ມີໃຜກ້າໄປຈີບນາງແລ້ວ

ສິດ: ເຮີໆໆໆ! ຕ້ອງເປັນຂ້ອຍເທົ່ານັ້ນ ມືກຣາຟຟິກອັນດັບໜຶ່ງຂອງໂຮງຮຽນທີ່ເໝາະສົມກັບນາງສຸດໆ

ທັງ ສິດ ແລະ ໄຊ ໄດ້ຖົກຖຽງກັນເລື່ອງຄວາມເໝາະສົມໃນການເປັນຄູ່ກັບ ນ້ຳ ຈົນເຮັດໃຫ້ ຊຽງ ທີ່ຢູ່ທາງກາງເກີດຄວາມລຳຄານຈິ່ງໄດ້ເວົ້າກັບສອງຄົນໄປວ່າ : “ເນື້ອຄູ່ຂອງນາງ ບໍ່ແມ່ນ ສອງຄົນພວກເຈົ້າແນ່ນອນ”

ທີ່ຕຽງນອນໃນຫ້ອງພັກຂອງສອງສາວ ເກດ ແລະ ນ້ຳ

ເກດ: ກີ໊ດໆໆໆໆໆໆ! ມື້ນີ້ຊ່າງເປັນມື້ທີ່ໂຊກດີຂອງເຮົາແທ້ໆ ໄດ້ພົບອ້າຍຊຽງ! ພໍ່ຂອງລູກ

ນ້ຳ: (ເຮັດໜ້າດີໃຈ) ບ້າໄປແລ້ວເຮົາ

ເກດ: ເຮີ້ຍ…! ອ້າຍຊຽງ ໂປຣແກຣມເມີມືໜຶ່ງຂອງໂຮງຮຽນ ທັງຫຼໍ່, ລວຍ, ຮຽນເກັ່ງ, ຫຼິ້ນກິລາບາສ, ບິງບ໋ອງກໍ່ເກັ່ງ, ຫຼິ້ນດົນຕີກໍ່ມ່ວນ, ໄອຄິວສູງ, ພາສາອັງກິດກໍ່ເກັ່ງ ໂອ້ຍໃຈຈະລະລາຍ ຄົນອີ່ຫຍັງນໍ້ ປານເທບພະບຸດມາເກີດ ຂ້ອຍຢາກເປັນຄົນຮັກຂອງເພິ່ນເດະ! ອ້າຍຊຽງ ອ້າຍຊຽງ

ນ້ຳ: ອື່….! ຂ້ອຍກໍ່ຢາກເປັນ, ແຕ່ເຖິງຫຼໍ່ປານນີ້ກໍ່ບໍ່ເຄີຍເຫັນລາວສົນໃຈສາວຄົນໃດເລີຍ

ເກດ: ເຮີ້ຍ! ກໍ່ລາວເປັນຄົນເພີເຟັກຂະໜາດນັ້ນລາວຕ້ອງເລີອກເປັນຂອງທຳມະດາ! ຢ່າງພວກເຮົານີ້ຄົງໄດ້ແຕ່ເບິ່ງ ແລະ ຝັນເທົ່ານັ້ນລະ

ນ້ຳ: ອື່… ເຮົາກັບລາວ ມັນຊ່າງຫ່າງໄກກັນເຫຼືອເກີນ

ເມື່ອຮອດເວລາເລີກຮຽນວິຊາຄອມພິວເຕີ້ ຫຼັງຈາກອາຈານໄດ້ຍ່າງອອກຈາກຫ້ອງ ນັກຮຽນກໍ່ພາກັນຖະຍອຍອອກຈາກຫ້ອງເທື່ອລະຄົນ ສອງຄົນ ຈົນໃກ້ຈະໝົດຫ້ອງ ນ້ຳ ແລະ ເກດກໍ່ພາກັນເກັບປື້ມບົດຮຽນໃສ່ກະເປົາ

ນ້ຳ: ເກດ! ມື້ນີ້ເຈົ້າເມືອກ່່ອນຂ້ອຍໂລດເດີ້ ຂ້ອຍສິໄປແວ່ອ່ານໜັງສືຢູ່ຫ້ອງສະໝຸດກ່ອນຈັກໜຶ່ງຊົ່ວໂມງແລ້ວຈິ່ງຄ່ອຍກັບ

ເກດ: ອ້າວ! ແລ້ວເຈົ້າຈະກັບແນວໃດລະ ເຮົາຂີ່ລົດຄັນດຽວກັນມາໃດ ຫຼືຈະໃຫ້ຂ້ອຍມາຮັບບາດເຈົ້າຈະເມືອ

ນ້ຳ: ບໍ່ຕ້ອງຫ່ວງ ຫ້ອງເຮົາກໍ່ຢູ່ໃກ້ກັບໂຮງຮຽນ ດຽວຂ້ອຍຍ່າງກິນລົມເມືອກໍ່ໄດ້ ຕາງຍ່າງອອກກຳລັງກາຍແນ່

ເກດ: ອື້! ກະໄດ້ຊັ້ນ ກັບດີໆເດີ້

ທີ່ຫ້ອງສະໝຸດໃນຂະນະທີ່ ນ້ຳ ກຳລັງນັ່ງຄົ້ນຄ້ວາບົດຮຽນທີ່ຫ້ອງສະໝຸດຂອງໂຮງຮຽນ ດ້ວຍຄວາມຕັ້ງໃຈ ທັງເປີດປື້ມຊອກຫາຄຳຕອບ ແລະ ພິມເອກະສານທີ່ຄອມພິວເຕີໂນ໊ດບຸກຢູ່ນັ້ນ ຊຽງ (ຮຽນພາກຄ່ຳປີສຸດທ້າຍ) ກໍ່ມາທີ່ຫ້ອງສະໝຸດເພື່ອຊອກປື້ມໄປຄົ້ນຄ້ວາບົດຮຽນ ໃນຂະນະທີ່ ຊຽງ ກຳລັງ ຢ່າງຊອກປື້ມຢູ່ນັ້ນ ລາວກໍ່ໄດ້ແນມໄປເຫັນ ນ້ຳ ທີ່ກຳລັງຄົ້ນຄ້ວາບົດຮຽນດ້ວຍຄວາມຕັ້ງໃຈ ມືຂອງນາງນ້ອຍຂາວລຽວງາມ ກຳລັງລົວແປ້ມພິມຄີບອດດ້ວຍຄວາມໄວ ໂດຍສາຍຕາຈັບຈ້ອງໄປທີ່ປື້ມ ຊຽງ ຄ່ອຍໆຍ່າງໄປນັ່ງໂຕະທາງຫຼັງຂອງນ້ຳ ແລະ ຄອຍສັງເກດເບິ່ງນ້ຳດ້ວຍຄວາມສົນໃຈ ໂດຍທີ່ ນ້ຳ ບໍ່ຮູ້ຕົວວ່າມີຄົນກຳລັງສັງເກດເບິ່ງຕົວເອງຢູ່.

ອ່ານຕໍ່ສະບັບໜ້າ…

ແຕ່ງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!