ຄົນງານຈີນກໍ່ສ້າງລາງລົດໄຟ 3 ເສັ້ນຫຼັກສຳເລັດພາຍໃນ 9 ຊົ່ວໂມງ

ເມື່ອວັນທີ 22 ມັງກອນ 2018 ເດລີເມລ ລາຍງານວ່າ ເມື່ອຄົນງານກວ່າ 1,500 ຄົນ ໃຊ້ເວລາພຽງ 9 ຊົ່ວໂມງໃນການກໍ່ສ້າງລາງລົດໄຟທີ່ສະຖານີລົດໄຟໜານຫຼົງ ໃນເມືອງຫຼົງຍາຍ ມົນທົນຟູຈ້ຽນ ທາງພາກໃຕ້ຂອງຈີນ ເຊິ່ງປະກອບມີ 3 ເສັ້ນຫຼັກ ລາງລົດໄຟສະຖານີຮຸຍຫລົງ-ຈາຫຼົງ ແລະ ລາງລົດໄຟສະຖານີໜານຫຼົງ ພ້ອມຕິດຕັ້ງສັນຍານໄຟ ແລະ ອຸປະກອນກວດຈັບການຈາລະຈອນ

ການກໍ່ສ້າງລາງລົດໄຟເລີ່ມດຳເນີນຕັ້ງແຕ່ວັນທີ 19 ມັງກອນ 2018 ແລະ ສ້າງສຳເລັດໃນວັນທີ 20 ມັງກອນ ໂດຍໃຊ້ລົດໄຟ 7 ຂະບວນ ແລະ ເຄື່ອງຂຸດເຈາະ 23 ເຄື່ອງ ໃນການກໍ່ສ້າງເທື່ອນີ້

ທ້າວ ຈາງ ເຕົ໋າຊົງ ຮອງຜູ້ຈັດການບໍລິສັດ ໄຊນ່າ ເຖຍຊື່ຈູ໋ ຈຳກັດ ຜູ້ຮັບເໝົາກໍ່ສ້າງລາງລົດໄຟຂອງປະເທດຈີນ ລະບຸວ່າ ໂຄງການກໍ່ສ້າງສຳເລັດໄດ້ໄວນີ້ ເນື່ອງຈາກມີການຈັດສັນຄົນງານອອກເປັນ 7 ກຸ່ມ ເພື່ອທຳງານ ແລະ ແກ້ໄຂບັນຫາຕ່າງໆ

ທັງນີ້ ໂຄງການກໍ່ສ້າງລາງລົດໄຟນານຫຼົງກຳລັງຢູ່ລະຫວ່າງດຳເນີນການແລະຄາດວ່າຈະສຳເລັດສົມບູນໃນທ້າຍປີ 2018 ສຳລັບລາງລົດໄຟທີ່ມີຄວາມຍາວ 246 ກມ, ເປັນຕົວເຊືື່ອມການຂົນສົ່ງຫຼັກລະຫວ່າງພາກຕະເວັນອອກສຽງໃຕ້ ແລະ ພາກກາງຂອງຈີນ ແລະ ຊ່ວຍໃຫ້ລົດໄຟໃຊ້ຄວາມໄວເພີ່ມຂຶ້ນສູງສຸດ 200 ກມ/ ຊມ

https://youtu.be/c4SgpYHY-kY