ຄາຖາແກ້ຈົນ “ເຊົາຈົ່ມ = ເຊົາຈົນ” ຢາກລວຍຕ້ອງອ່ານ

ຄາຖາແກ້ຈົນນັ້ນມີສັ້ນໆ ວ່າ “ເຊົາຈົ່ມ = ເຊົາຈົນ”

ຟັງເບິ່ງຕະຫຼົກ ຟັງແລ້ວບໍ່ເປັນຕາເຊື່ອ
ແຕ່ນີ້ຄືເລື່ອງຈິງ ບໍ່ເຊື່ອຕ້ອງລອງເຮັດເບິ່ງກ່ອນ

ຂັ້ນທຳອິດ ພາຍໃນ 30 ມື້ ນັບຈາກນີ້ ຫ້າມ “ຈົ່ມ” ໃດໆ ທັງນັ້ນ
ຖ້າຈັບໄດ້ວ່າຈົ່ມ ໃຫ້ຕົບປາກໂຕເອງ ແລ້ວເຊົາຈົ່ມ

ຂັ້ນຕໍ່ມາ ເພິ່ມຄວາມຍາກຂຶ້ນດ້ວຍການ ຫ້າມ “ຄິດຈົ່ມ” ໃດໆ ທັງນັ້ນພາຍໃນ 30 ມື້ຕໍ່ມາ
ຖ້າຈັບໄດ້ວ່າຈິດໃຈກຳລັງຈົ່ມ ໝົກມຸ່ນເລື່ອງລົບໆ ໃຫ້ຟ້າວກຳຈັດຂັດຂວາງທັນທີ ດ້ວຍການຄິດເລື່ອງອື່ນທີ່ດີໆ ມ່ວນໆ ຕະຫຼົກໆ
ຖ້າເອົາບໍ່ຢູ່ໃຫ້ເປີດເພງຟັງ ເຕັ້ນ ຟ້ອນ ອອກກຳລັງກາຍ
ຖ້າຍັງເອົາບໍ່ຢູ່ໃຫ້ອອກໄປເລາະຫລິ້ນ, ຫລິ້ນກິລາ, ນັ່ງເບິ່ງລະຄອນຕະຫຼົກ, ນັ່ງສະມາທິ, ລອຍນ້ຳ ຫຼືເຮັດຫຍັງກໍໄດ້ທີ່ເປັນເລື່ອງດີໆ

ຂັ້ນສຸດທ້າຍ ເພິ່ມພູມຄຸ້ມກັນດ້ວຍການອອກຫ່າງ ຈາກສິ່ງແວດລ້ອມຮ້າຍໆ
ຫ້າມໂພສຕ໌ ຫ້າມແຊຣ໌ ເລື່ອງລົບໆ ເລື່ອງຮ້າຍໆ ຫ້າມເບິ່ງຂ່າວອາຊະຍາກຳ
ຫ້າມຈັບກຸ່ມລົມກັນຈົ່ມເຖິງເລື່ອງບັນຫາ (ແຕ່ບໍ່ເຄີຍຫາທາງອອກ)
ຫ້າມຢູ່ໃກ້ກັບໂຕດູດພະລັງ (ຄົນມັກຈົ່ມ)

ທ່ານຄົງສົງໄສ ເຮັດສາມຂັ້ນຕອນນີ້ແລ້ວມັນຈະເຊົາ “ຈົນ” ໄດ້ຈັ່ງໃດ?
ຈະໄປເອົາຢູ່ໃສມາລ່ຳລວຍ ບໍ່ເຫັນມີວິທີຫາເງິນເລີຍ

ຂ້ອຍຕອບວ່າຄວາມລ່ຳລວຍເລິ່ມຈາກພາຍໃນກ່ອນ
ເມື່ອເຮົາກວາດຂີ້ເຫຍື້ອໃນໃຈຖິ້ມດ້ວຍການເຊົາຈົ່ມ
ເຮົາເລິ່ມເບິ່ງເຫັນ “ໂອກາດ”
ເມື່ອເຫັນໂອກາດ ເຮົາຈະເລິ່ມໄດ້ພົບຜູ້ຄົນດີໆ
ເມື່ອເຮົາພົບຄົນດີໆ ເຮົາຈະພົບວຽກດີໆ
ເມື່ອເຮົາພົບວຽກດີໆ ໃນທີ່ສຸດເງິນດີໆ ກໍຈະນຳມາເອງ
ແລະເມື່ອນັ້ນ ຄວາມລ່ຳລວຍພາຍນອກກໍຈະເທົ່າກັບຄວາມລ່ຳລວຍພາຍໃນ
ນັ້ນລະຄື “ເຊົາຈົ່ມ = ເຊົາຈົນ”

ລອງເອົາໄປເຮັດເບິ່ງເດີ
ພຽງແຕ່ 30 ມື້ ທ່ານຈະຮູ້ສຶກວ່າຈິດໃຈເບົາສະບາຍ
ຈາກນັ້ນທ່ານຈະເລິ່ມເຫັນໂອກາດ ເລິ່ມມີຜູ້ຄົນດີໆ ເຂົ້າມາ
ທັ້ງທີ່ເມື່ອກ່ອນບໍ່ຄ່ອຍມີ
ຄົນຄິດລົບຈະເລິ່ມຫຼຸດອອກຈາກວົງໂຄຈອນ ແລະຫາຍໄປຈາກຊີວິດທ່ານໃນທີ່ສຸດ

ແລະຖ້າທ່ານເຮັດຕໍ່ເນື່ອງເປັນປີ
ຊີວິດທ່ານຈະບໍ່ມີວັນຄືເກົ່າ
ທ່ານຈະຈື່ໂຕເອງໃນອະດີດບໍ່ໄດ້ເລີຍ

ຈື່ໄວ້ເດີ ຄາຖາແກ້ຈົນນັ້ນມີສັ້ນໆ ຢູ່ວ່າ
“ເຊົາຈົ່ມ = ເຊົາຈົນ”

ໂດຍ: ບອຍ ວິສູດ ແສງອະລຸນເລີດ