ຄັ້ງທຳອິດໃນຮອບ 40ປີ! ຈີນສົ່ງຈະຫຼວດຂຶ້ນໄປເກັບດວງຢ່າງຫີນເທິງດວງຈັນ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຈີນປ່ອຍຈະຫຼວດບໍ່ມີຄົນຂັບໄດ້ສຳເລັດ ເຊິ່ງເປັນປະເທດທີສາມທີ່ສາມາດເກັບຕົວຢ່າງຫີນເທິງດວງຈັນໄດ້.

ຈີນປະສົບຄວາມສຳເລັດໃນການປ່ອຍຈະຫຼວດ Long March-5 ເຊິ່ງບັນທຸກຍານອາວະກາດບໍ່ມີຄົນຂັບ Chang’e-5 ຈາກຖານປ່ອຍຈະຫຼວດ Wenchang ທີ່ເກາະໄຫຫຼໍາ ເມື່ອເວລາ 16:30 ຕາມເວລາປະເທດຈີນ ເພື່ອເກັບຕົວຢ່າງກ້ອນຫີນເທິງດວງຈັນ ແລະ ເຮັດການສຶກສາໃຫ້ເຂົ້າໃຈກ່ຽວກັບຕົ້ນກຳເນີດ ແລະ ການກໍ່ຕົວຂອງດວງຈັນ ເຊິ່ງພາລະກິດນີ້ຈະທົດສອບຄວາມສາມາດຂອງຈີນໃນການເກັບຕົວຢ່າງຈາກອາວະກາດໃນໄລຍະໄກກ່ອນຈະມີພາລະກິດທີ່ຊັບຊ້ອນຫຼາຍຂຶ້ນ ແລະ ຫາກເຮັດສຳເລັດຈີນຈະເປັນໜຶ່ງໃນສາມປະເທດທີ່ໄດ້ຮັບຕົວຢ່າງດວງຈັນ ແລະ ຍັງເປັນຄັ້ງທຳອິດໃນຮອບກວ່າ 40 ປີ ທີ່ມີການຂຶ້ນໄປເກັບຕົວຢ່າງຫີນເທິງດວງຈັນ.

ຮຽບຮຽງຂ່າວ: ພຸດສະດີ