ຄະນະສະເພາະກິດ ກໍານົດມາດຕະການຜ່ອນຜັນ 2 ໄລຍະ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ເພີ່ມ

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 27 ເມສາ 2020 ວ່າ ມາດຕະການຜ່ອນຜັນແມ່ນໄດ້ຫາລືກັນຢູ່ທີ່ກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນວັນທີ 27 ເມສາ 2020 ສຳລັບການກຳນົດໄລຍະເວລາຜ່ອນຜັນ ແມ່ນມີ 2 ໄລຍະຄື: ໄລຍະທີ 1 ແຕ່ວັນທີ 4 ຫາ 31 ພຶດສະພາ 2020 ແລະ ໄລຍະທີ 2 ແຕ່ວັນທີ 1 ຫາ 30 ມິຖຸນາ 2020.

ກອງປະຊຸມດັ່ງກ່າວພາຍໃຕ້ການເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນປະທານຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ເຊິ່ງມີແຜນປະຕິບັດເປັນ 2 ໄລຍະ ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ເພື່ອເປັນການຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ຜົນກະທົບຕໍ່ເສດຖະກິດ-ສັງຄົມ ຂອງປະເທດ.

ມາດຕະການຜ່ອນຜັນສຳລັບໄລຍະທີ 1 ຖ້າບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ ໃນ ສປປ ລາວ ຈົນຮອດວັນທີ 3 ພຶດສະພາ 2020 ປະກອບມີ: ການອະນຸຍາດໃຫ້ສຳນັກງານ-ອົງການ ເປີດໃຫ້ພະນັກງານ-ລັດຖະກອນມາເຮັດວຽກປົກກະຕິ, ອະນຸຍາດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ສາມາດອອກຈາກເຮືອນ ເດີນທາງຢູ່ໃນແຂວງກໍລະນີຈຳເປັນ, ອະນຸຍາດໃຫ້ມີການຈັດຝຶກອົບຮົມ, ຈັດກອງປະຊຸມທາງການ ແລະ ກິດຈະກໍາທາງສາສະໜາ, ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງ, ອະນຸຍາດເປີດໂຮງງານ, ໂຄງການໃຫຍ່ ແລະ ອະນຸຍາດເປີດໂຮງຮຽນ.

ສ່ວນໄລຍະທີ 2 ຖ້າບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໃໝ່ຮອດວັນທີ 31 ພຶດສະພາ 2020 ແລະ ສະພາບການເກີດພະຍາດໂຄວິດ-19 ໃນບັນດາ ປະເທດໃກ້ຄຽງມີທ່າອ່ຽງຫຼຸດລົງນັ້ນ ແມ່ນຈະໄດ້ຍົກເລີກບັນດາມາດຕະການທັງໝົດ ໃນຄຳສັ່ງເລກທີ 06/ນຍ, ຍົກເວັ້ນມາດຕະການຫ້າມການເດີນທາງເຂົ້າປະເທດຂອງຜູ້ເດີນທາງທົ່ວໄປ.