ຄະນະຜູ້ແທນຊາວໜຸ່ມລາວ ຈະເດີນທາງແລກປ່ຽນບົດຮຽນ ກັບຊາວໜຸ່ມແຂວງຢຸນນານ ສປ ຈີນ

ຂປລ. ຄະນະຜູ້ແທນຊາວໜຸ່ມລາວ ຈຳນວນ 35 ຄົນ ໄດ້ອອກເດີນທາງ ໃນວັນ​ທີ 25 ພະຈິກ ໄປຍັງ ສປ ຈີນ ເພື່ອເຂົ້າຮ່ວມກິດຈະກຳແລກປ່ຽນກັບ ຊາວໜຸ່ມແຂວງຢຸນນານ ​ເຊິ່ງລວມມີການແລກປ່ຽນທາງດ້ານສິລະປະ, ວັດທະນະທຳ ແລະ ວຽກງານວິຊາສະເພາະ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມສ້າງມິດຕະພາບ ລະຫວ່າງ ຊາວໜຸ່ມສອງປະເທດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ.

ໃນໂອກາດເຂົ້າຢ້ຽມຂ່ຳນັບ ກ່ອນອອກເດີນທາງ ໃນວັນທີ 24 ພະຈິກ, ທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກໍໄດ້ເນັ້ນໃຫ້ ຄະນະຊາວໜຸ່ມລາວ ໃຫ້ຖືເອົາຄວາມສາມັກຄີທີ່ເປັນໜຶ່ງດຽວເປັນ ສິ່ງທີ່ສຳຄັນທີ່ສຸດ ພ້ອມທັງໃຫ້ທຸກຄົນປະຕິບັດກົດລະບຽບຕ່າງໆ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ. ນອກຈາກນັ້ນ, ຍັງຮຽກຮ້ອງຊາວໜຸ່ມທັງຫລາຍ ໃຫ້ກະກຽມຄວາມພ້ອມໃນທຸກໆດ້ານ ເພື່ອໄປແລກປ່ຽນ ແລະ ຖອດຖອນບົດຮຽນ ຮ່ວມກັບຊາວໜຸ່ມ ສປ ຈີນ ເພື່ອນຳເອົາຮູ້ ແລະ ປະສົບການເຫລົ່ານັ້ນ ມາປະກອບສ່ວນເຂົ້າໃນ ການພັດທະນາວຽກງານຊາວໜຸ່ມຢູ່ປະເທດເຮົາ ໃຫ້ກ້າວໜ້າ.

ກິດຈະກຳຄັ້ງນີ້, ຈະໄດ້ດຳເນີນໄປໃນລະຫວ່າງ ວັນທີ 25 ພະຈິກຫາ 1 ທັນວາ ​ເຊິ່ງລວມມີການແຂ່ງຂັນກິລາມິດຕະພາບ ລະຫວ່າງ ຊາວໜຸ່ມສອງປະເທດ, ການພົບປະແລກປ່ຽນບົດຮຽນກັບ ມະຫາວິທະຍາໄລຕ່າງໆ ແລະ ການທັດສະນະຢ້ຽມຊົມສະຖານທີ່ທ່ອງທ່ອງ ຢູ່ນະຄອນຄຸນໝິງ ແລະ ເມືອງຕ້າຫລີ ແຂວງຢຸນນານ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!