ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນສິງຫາ

ຂປລ. ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2016 ​ໄດ້ຈັດຂຶ້ນ​​ແຕ່ວັນທີ 1-3 ສິງຫາ 2016 ນີ້ ຢູ່ສະພາແຫ່ງຊາດ ​​ເພື່ອພິຈາລະນາ ແລະ ຮັບຟັງບັນຫາສໍາຄັນຕ່າງໆຈໍານວນໜຶ່ງ ໂດຍພາຍໃຕ້ການເປັນ ປະທານຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຫົວໜ້າຄະນະກໍາມາທິການຕ່າງໆ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຟັງການລາຍງານຕ່າງໆ ເປັນຕົ້ນແມ່ນຮັບຟັງການລາຍງານກ່ຽວກັບ ການປັບປຸງຮ່າງລັດຖະບັນຢັດຂອງປະທານປະເທດ ວ່າດ້ວຍພົນລະເມືອງກິດຕິມະສັກ, ລາຍງານກ່ຽວກັບ ການສັງລວມແຜນການ ຕິດຕາມກວດກາຂອງກໍາມາທິການຕ່າງໆ, ບົດລາຍງານຄວາມຄືບໜ້າຂອງ ການກະກຽມຮ່າງກົດໝາຍ ຈໍານວນ 14 ສະບັບ ທີ່ຈະນໍາເຂົ້າພິຈາລະນາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານແຜນການສ້າງແລະ ປັບປຸງກົດໝາຍ ປະຈໍາປີ 2017 ຮັບຟັງລາຍງານຜົນການຕິດຕາມກວດກາ ຂົງເຂດເສດຖະກິດ, ​ເຕັກໂນໂລຊີແລ ສິ່ງແວດລ້ອມ, ລາຍງານກ່ຽວກັບ ການກະກຽມກອງປະຊຸມສາກົນແລະ ການແຕ່ງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາ ລະຫວ່າງ ສະພາແຫ່ງຊາດແຫ່ງ ສປປ ລາວກັບລັດຖະສະພາຕ່າງປະເທດ, ພິຈາລະນາບົດລາຍງານຂອງປະທານສານປະຊາຊົນສູງສຸດ ກ່ຽວກັບ ພຶດຕິກໍາຂອງລັດຖະກອນຕຸລາການຂອງສານປະຊາຊົນເຂດ 1 ​ແຂວງໄຊຍະບູລີ, ພິຈາລະນາໜັງສືສະເໜີ ປະທານສານປະຊາຊົນສູງສຸດ ກ່ຽວກັບ ການແຕ່ງຕັ້ງຍົກຍ້າຍປະທານສານປະຊາຊົນທ້ອງຖິ່ນແລະ ຫົວໜ້າກົມຈັດຕັ້ງພະນັກງານສານປະຊາຊົນສູງສຸດ, ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຄຸ້ມຄອງພະນັກງານຜ່ານປະຕູດຽວ, ພິຈາລະນາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການບໍລິການເອກະສານຜ່ານປະຕູດຽວ, ພິຈາລະນາມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການຄຸ້ມຄອງ ການນໍາໃຊ້ທຶນຊ່ວຍເຫລືອລ້າພ້ອມທັງພິຈາລະນາວຽກງານກົງຈັກການຈັດຕັ້ງແລະ ບຸກຄະລາກອນ ພາຍໃນສະພາ​ແຫ່ງ​ຊາດ​ ​ແລະ ພິຈາລະນາບົດລາຍງານການສ້າງແຜນງົບປະມານ ປະຈໍາປີ 2017.

 

ແຫລ່ງຂ່າວ:

ຂປລ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!