ຄະນະກະເສດສາດ ພາກວິຊາສັດຕະວະແພດເປີດສູນປິ່ນປົວສາຂາ 2

ເປີດຢ່າງເປັນທາງການແລ້ວເມື່ອວັນທີ 8 ພຶດສະພາຜ່ານມາ ສຳລັບໂຮງໝໍປິ່ນປົວສັດສາຂາທີ 2 ຂອງຄະນະກະເສດສາດ ພາກວິຊາສັດຕະວະແພດ ມະຫາວິທະຍາ ໄລແຫ່ງຊາດ ຊຶ່ງສາຂາທີ 1 ແມ່ນຢູ່ທີ່ຄະນະກະເສດສາດວິທະຍາເຂດນາບົງ.

ສຳລັບໂຮງໝໍປິ່ນປົວສັດສາຂາທີ 2 ແມ່ນເປີດແຕ່ວັນຈັນເຖິງວັນສຸກ ຕາມໂມງລັດຖະການ (08:00-16:00 ໂມງ) ບັນດາທ່ານສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ໝາຍເລກໂທລະສັບ (030) 965 9474 ຊຶ່ງຈະມີຄູ-ອາຈານທີ່ຊຳນານງານດ້ານການປິ່ນປົວສັດໂດຍສະເພາະ ພ້ອມດ້ວຍນັກສຶກສາທີ່ມີປະສົບການສູງມາຄອຍບໍລິການບັນດາທ່ານ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ຮູບພາບ: ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ