ຄອມພິວເຕີທ່ານຄວນລົງ Windows ໃດດີ! 32-Bit ກັບ 64-Bit ມີຄວາມແຕກຕ່າງກັນແນວໃດ?

ປົກກະຕິເວລາຈະເລືອກຕິດຕັ້ງ Windows ນັ້ນ ນອກຈາກຈະເລືອກເອົາເວີຊັ່ນ Home ຫຼື Pro ແລ້ວ ອາດຕ້ອງເລືອກນຳວ່າຈະລົງແບບ 32-Bit ຫຼື 64-Bit ເຊິ່ງຫຼາຍຄົນອາດເລືອກບໍ່ຖືກ ແລະ ຍັງບໍ່ຮູ້ວ່າ 32-Bit ກັບ 64-Bit ນັ້ນມັນມີຄວາມແຕກຕ່າງກັນແນວໃດ ມື້ນີ້ຈະມາອະທິບາຍໃຫ້ທຸກຄົນເຂົ້າໃຈແບບງ່າຍໆ

Windows 64-Bit ມີຂໍ້ດີຄືສາມາດຮອງຮັບແລັມໄດ້ຫຼາຍກວ່າ 4GB ຂຶ້ນໄປ ແຕ່ Windows 32-Bit ຈະສາມາດຮັບຮອງແລັມໄດ້ພຽງ 4GB ລົງມາເທົ່ານັ້ນ, ຖ້າຫາກຄອມພິວເຕີທີ່ມີແລັມຫຼາຍກວ່າ 4GB ແຕ່ຖ້າຕິດຕັ້ງ Windows 32-Bit ກໍ່ຈະໃຊ້ແລັມໄດ້ພຽງແຕ່ 3GBປາຍໆ ສ່ວນເນື້ອທີ່ແລັມທີ່ເຫຼືອແມ່ນເສຍຖິ້ມລ້າໆ, ສຳລັບຄອມພິວເຕີທີ່ສະເປັກເຄື່ອງແຕ່ Core i3 – Core i7 ທີ່ບັນຈຸແລັມຫຼາຍກວ່າ 4GB ກໍ່ຄວນຕິດຕັ້ງ Windows 64-Bit ເພາະຈະເຮັດໃຫ້ໃຊ້ງານໄດ້ເຕັມປະສິດທິພາບຫຼາຍກວ່າການລົງ Windows 32-Bit.

ສຳລັບໂປຣແກຣມຕ່າງໆນັ້ນກໍ່ຈະມີທັງແບບ 64-Bit ແລະ 32-Bit ເຊິ່ງ Windows 32-Bit ຈະໃຊ້ໄດ້ສະເພາະແຕ່ໂປຣແກຣມ 32-Bit ເທົ່ານັ້ນ ຕ່າງຈາກ Windows 64-Bit ຈະໃຊ້ໄດ້ທັງໂປຣແກຣມ 64-Bit ແລະ 32-Bit ໂດຍແນະນຳໃຫ້ເລືອກໃຊ້ໂປຣແກຣມທີ່ເປັນ 64-Bit ຈະດີກວ່າ ນອກຈາກວ່າໂປຣແກຣມນັ້ນຈະບໍ່ມີເວີຊັ່ນ 64-Bit ແມ່ນໃຊ້ແບບ 32-Bit ລົງແທນກໍ່ໄດ້ຄືກັນ.

 

 

 

 

 

 

ຮຽບຮຽງບົດ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: kapookitnews4u