ຄອນເທັນ “ອວດລວຍ” ເປັນການສົ່ງເສີມຄ່ານິຍົມແບບຜິດໆ

ມະຫາເສດຖີສາວຊາວຣັດເຊຍໄວອາຍຸ 45ປີ ຖືກວິຈານໃນວົງກວ້າງ ຫຼັງຈາກທີ່ນາງໂພສຄລິບວິດີໂອອິນສຕຣາແກຣມສ່ວນຕົວທີ່ມີຜູ້ຕິດຕາມກວ່າ 1,500,000ຄົນ ເພື່ອໃຫ້ຜູ້ຊົມເລືອກລົດຫຼູຍີ່ຫໍ້ປໍເຊ ວ່ານາງຄວນຈະຂັບລົດສີໃດ, ຮຸ່ນໃດ ໄປຮວ່ມງານປະກາດລາງວັນດົນຕີ.

ຫຼັງຈາກຄລິບດັ່ງກ່າວຖືກແຊຣ໌ອອກໄປ ສາວຄົນດັ່ງກ່າວກໍ່ຖືກວິຈານຈາກສັງຄົມ ໂດຍຊາວເນັດເບິ່ງວ່ານາງຕ້ອງການອວດລວຍ ທັງທີ່ຍັງມີເດັກນ້ອຍຍາກຈົນທີ່ກຳລັງອົດຍາກ ແລະ ບໍ່ມີຢາຮັກສາໂຣກ.

ນອກຈາກນີ້ແລ້ວ, ປະເທດຈີນແມ່ນກໍ່ກຽມແບນວິດີໂອ Tiktok ທີ່ມີເນື້ອຫາໂຊຊັບສິນບໍ່ວ່າຈະເປັນການໂຊເງິນສົດ,​ ການຈູດເງິນ, ການຖ່າຍຮູບກັບລົດຫຼູ ຫຼື ການຖ່າຍກັບສິນຄ້າແບຣນເນມ ລວມເຖິງການກິນຫຼູຢູ່ແພງເກີນຄວາມເປັນຈິງອີກດ້ວຍ ໂດຍລັດຖະບານຈີນຕ້ອງການເພີ່ມພະລັງບວກ ໃຫ້ກັບສັງຄົມອອນລາຍ ພ້ອມທັງສະໜັບສະໜູນໃຫ້ຄົນໃຊ້ຈ່າຍເງິນຢ່າງມີເຫດຜົນຫຼາຍຂຶ້ນ.

ຄອນເທັນ “ອວດລວຍ” ກຳລັງເປັນທີ່ນິຍົມໃນກຸ່ມໄວໜຸ່ມ ທາງລັດຖະບານຈີນໃຫ້ເຫດຜົນວ່າ ຄອນເທັນທີ່ມີເນື້ອຫາອວດລວຍ ເປັນການສົ່ງເສີມຄ່ານິຍົມແບບຜິດໆ ອີກທັງຍັງເປັນພິດຕໍ່ສັງຄົມເຊິ່ງເປັນອັນຕະລາຍທັງຈິດໃຈ ແລະ ຮ່າງກາຍໂດຍສະເພາະກັບເດັກນ້ອຍ.

ຮຽບຮຽງຂ່າວ: ພຸດສະດີ