ຄວາມແຕກຕ່າງລະຫວ່າງ ນົມແມ່ ແລະ ນົມຜົງ

แม่มือใหม่ป้องกันไม่ให้ลูกสำลักนมด้วยวิธีง่าย

ແມ່​ມື​ໃໝ່​ຫລາຍໆ ທ່ານ ອາດຈະ​ງົງ​ວ່າ ການ​ໃຫ້​ລູກ​ດື່ມ​ນົມ​ແມ່​ກັບ​ນົມ​ຜົງ​ທີ່​ຫາ​ຊື້​ໃນ​ຕາມ​ຫ້າງ​ຮ້ານນັ້ນ​ມັນ​ຕ່າງ​ກັນ​ແນວໃດ ການ​ໃຫ້​ລູກ​ດື່ມ​ນົມ​ແມ່​ນັ້ນ​ຈະ​ດີກວ່າ​ນົມ​ຜົງ​ແນວໃດ ໃນ​ມື້​ນີ້​ຈະ​ມາ​ອະທິບາຍ​ໃຫ້​ຟັງ​ວ່າ ນົມ 2 ປະ​ເພດ​ນີ້​ໃຫ້​ປະໂຫຍດ​ ແລະ​ ຄວາມ​ຕ່າງ​ກັນ​ແນວໃດ

ນົມ​ແມ່

1. ນົມ​ແມ່​ເປັນ​ສານ​ອາຫານ​ທີ່​ເປັນ​ທຳມະຊາດ,ສະ​ອາດ,ປອດ​ໄພ​ປາດສະຈາກ​ເຊື້ອ​ພະຍາດ

2. ນົມ​ແມ່​​ເປັນ​ແຫລ່ງ​ສານ​ອາຫານ​ທີ່​ດີ​ສຳລັບ​ເດັກ​ແດງ​ເພາະ​ໃນ​ນົມ​ແມ່​ຈະ​ມີ​ສານ​ອາຫານ​ຕ່າງໆຢ່າງ​ຄົບ​ຖ້ວນ​ເຊັ່ນ:ໂປ​ຕີນ,ໄຂ​ມັນ,ຄາລ໌​ໂບ​ໄຮ​ເດນ​,ວິ​ຕາ​ມິນ, ເກືອ​ແຮ່ ແລະ ​ອື່ນໆ​ອີກ​ຫລວງຫລາຍ

3. ເດັກ​ທີ່​ກິນ​ນົມ​ແມ່​ຈະ​ໄດ້ຮັບ​ພູ​ມ​ຕ້ານ​ທານ​ທີ່​ດີກວ່າ​ນົມ​ຜົງ

4. ເດັກ​ທີ່​ດື່ມ​ນົມ​ແມ່​ຈະ​ມີ​ໂອ​ກາດ​ທີ່​ຈະ​ບໍ່​ເປັນ​ພະຍາດ​ພູ​ມ​ແພ້​ສູງ​ກວ່າ​ເດັກ​ທີ່​ກິນ​ນົມ​ຜົງ

ນົມ​ຜົງ

ນົມ​ຜົງ​ກໍ​ມີ​ປະໂຫຍດ​ຕໍ່​ເດັກ​ຄືກັນກັບ​ນົມ​ແມ່ ແຕ່​ວ່າ​ສ່ວນ​ຫລາຍ​ນົມຜົງຈະ​ຜະລິດ​ມາ​ຈາກ ນົມ​ງົວ ນົມແບ້,​ຖົ່ວ​ເຫລືອງ ຈຶ່ງ​ເຮັດໃຫ້​ນົມ​ຜົງ​ນັ້ນ​ມີ​ສານ​ອາຫານ​ທີ່​ບໍ່​ພຽງ​ພໍ​ສຳລັບ​ເດັກ​ ​ເຮັດໃຫ້​ໃນ​ນົມ​ຜົງ​ຕ້ອງ​ປະສົມສານ​ອາຫານ​ຢ່າງ​ອື່ນ​ເຂົ້າໄປ​ນຳໃຫ້​ໃຫ້​ນົມ​ຜົງ​ນັ້ນ​ມີ​ສານ​ອາຫານ ທີ່​ຄົບ​ຖ້ວນ​ພຽງ​ພໍ​ຕໍ່​ການ​ຈະເລີນ​ເຕີບໂຕ​ຂອງ​ເດັກ​ນັ້ນ​ເອງ

a4on23