ຮັກໃສໃສ…ຫົວໃຈມັດທະຍົມ ຕອນທີ 4

ຕອນທີ 4 ລະດູໜາວເຂົ້າມາແລ້ວ

ວັນນີ້ໂທນີໄປໂຮງຮຽນແຕ່ເຊົ້າດ້ວຍລົດຖີບ ໃນລະຫວ່າງທາງໄປໂຮງຮຽນພໍດີມາລີຂັບລົດຈັກຜ່ານ ເຫັນແວັບໆຄຸ້ນໆວ່າເປັນໂທນີນາງຈິ່ງໄດ້ຜ່ອນຄວາມໄວລົງເພື່ອລໍຖ້າຮຽງໄປພ້ອມກັບໂທນີ
ມາລີ: ໂທນີ! ມື້ນີ້ຄືຂີ່ລົດຖີບໄປໂຮງຮຽນ
ໂທນີບໍ່ຕອບມີແຕ່ກົມໜ້າຕັ້ງໃສ່ປັ່ນລົດຖີບຢ່າງດຽວ
ມາລີ: ປັ່ນລົດຖີບອອກກຳລັງກາຍຫວະ
ໂທນີຍັງບໍ່ຕອບມີແຕ່ກົມໜ້າຕັ້ງໃສ່ປັ່ນລົດຖີບຢ່າງດຽວ
ມາລີ: ໂທນີເຈົ້າບໍ່ເໝື່ອຍຫວະ
ໂທນີຍັງບໍ່ຕອບມີແຕ່ກົມໜ້າຕັ້ງໃສ່ປັ່ນລົດຖີບຢ່າງດຽວ ປ່ອຍໃຫ້ມາລີລົມຝ່າຍດຽວໄປຈົນຮອດໂຮງຮຽນ

ມາລີເກີດຄວາມສົງໃສວ່າເຫດໃດໂທນີຈິ່ງປ່ຽນມາໃຊ້ລົດຖີບໄປໂຮງຮຽນແທນລົດຈັກ
ເກສອນ: ເຮີ້ຍ! ມະໂນເລື່ອງຫຍັງຢູ່
ມາລີ: ບໍ່ໄດ້ມະໂນ ແຕ່ກຳລັງຄິດຫາເຫດຜົນທີ່ໂທນີໃຊ້ລົດຖີບມາໂຮງຮຽນແທນລົດຈັກ
ເກສອນ: ໂຖເອີ້ຍຄິດວ່າເລື່ອງໃຫຍ່ຫຍັງ
ມາລີ: ມັນອາດເປັນເລື່ອງນ້ອຍສຳລັບເພິ່ນ ແຕ່ມັນເປັນເລື່ອງໃຫຍ່ສຳລັບເຂົາ
ເກສອນ: ນ້ານ! ເວົ້າຫຍັງອອກໄປຄິດບໍ່ຊື່ກັບໂທນີແມ່ນບໍ່
ມາລີ: ບໍ່… ປະຕິເສດ
ເກສອນ: ຄິດຈະຍາດແຟນໝູ່ຫວະເພິ່ນ
ມາລີ: ຄິດ! ເລື່ອງນີ້ໃຜດີຄົນນັ້ນໄດ້
ເກສອນ: 555! ຂ້ອຍບໍ່ເຄີຍເຫັນເຈົ້າເປັນຄູ່ແຂ່ງເລີຍ
ມາລີ: ຮຶ! ຄືວ່າແນວນັ້ນ
ເກສອນ: ເພາະເບິ່ງລວມໆແລ້ວ ເພິ່ນຄືສິບໍ່ແມ່ນສະເປັກຂອງໂທນີດອກ ຕ້ອງຂ້ອຍພີ້ ເອິກເປັນເອິກ! ແອວເປັນແອວ ກົ້ນເປັນກົ້ນ! ໂທນີຄືສິບໍ່ມັນແບບເຕ້ຍຂາສັນຈໍແບນແບບເພິ່ນດອກ
ມາລີຫູຮ້ອນ: ຖ້າຈະເວົ້າໃຫ້ກັນເຖິງຂະໜາດນີ້ ສູ້ເອົາມີດມາປາດຄໍກັນດີກວ່າ! ຂ້ອຍກໍ່ບໍ່ໄດ້ເຕ້ຍປານນັ້ນ ສູງຕັ້ງ 158 ພຸ້ນນ່າ ໃຜວ່າຂ້ອຍເອິກນ້ອຍ ເຫັນຈັ່ງຊີ້ຂ້ອຍຊ້ອນຮູບເດີ້ສິບອກໃຫ້
ເກສອນ: ແມ່ນຫວາາາາ! ຊັ້ນມາເບິ່ງແນ່ດຸເງາະຊ້ອນຮູບເບາະນິ
ເກສອນໄລ່ເບິ່ງເງາະຊ້ອນຮູບຂອງມາລີ ດ້ວຍຄວາມທີ່ມົວແຕ່ຢອກກັນໂດຍບໍ່ໄດ້ເບິ່ງທາງຍ່າງ ເຮັດໃຫ້ມາລີໄປຕຳໂທນີທີ່ກຳລັງຍ່າງມາພ້ອມກັບສອນໄຊ
ມາລີເຮັດໜ້າເວີຕົກໃຈ: ຂໍໂທດບໍ່ໄດ້ຕັ້ງໃຈ
ໂທນີຕອບດ້ວຍສີໜ້າລຽບໆ: ບໍ່ເປັນຫຍັງ
ເກສອນ: ມາລີເປັນແນວໃດແນ່! ຂໍໂທດຫຼາຍໆເດີ້ໝູ່ຂ້ອຍບໍ່ໄດ້ຕັ້ງໃຈ
ສອນໄຊເກີດຮັກແລກພົບຖືກໃຈຕົງສະເປັກເກສອນເຂົ້າຢ່າງຈັງເຖິງກັບຕາຄ້າງ ຈົນບໍ່ໄດ້ສັງເກດວ່າໂທນີໄດ້ຍ່າງໄປແລ້ວ ເກສອນເບິ່ງໜ້າສອນໄຊດ້ວຍສາຍຕາແປກໆກ່ອນຈະຖາມໄປວ່າ
ເກສອນ: ເບິ່ງຫຍັງ! ບໍ່ເຄີຍເຫັນຄົນງາມຫວະ
ສອນໄຊໄດ້ສະຕິຄືນມາ: ບໍ່! ເຄີຍເຫັນແຕ່ນາງຟ້າ
ເກສອນ: ປະສາດ
ຈາກນັ້ນເກສອນກັບມາລີກໍຍ່າງຈາກສອນໄຊໄປເຂົ້າຫ້ອງຮຽນ

ທີ່ຫ້ອງ 5/6 ໃນລະຫວ່າງນັກຮຽນນັ່ງລໍຖ້າຄູ່ເຂົ້າສອນ ມັງກອນທີ່ນັ່ງໂຕະຫຼັງສອງສາວກໍ່ໄດ້ເອົາມາແຍ່ມາຕ້ອຍໆຫຼັງມາລີເພື່ອໃຫ້ນາງຫັນມາເບິ່ງຕົນ
ມາລີ: ມີຫຍັງມັງກອນ
ມັງກອນ: ມີຂອງຈະໃຫ້
ມາລີເຮັດໜ້າຕື່ນເຕັ້ນ: ມ່ນຫຍັງລ່ະ
ມັງກອນໄດ້ຈັບເອົາຖົງມື ຖົງຕີນຢ່າງລະຄູ່ຂຶ້ນມາຈາກ້ອງໂຕະແລ້ວມອບໃຫ້ມາລີ: ໜາວແລ້ວໃສ່ອັນນີ້
ເກສອນ: ແລ້ວຂອງເຮົາເດະ
ມັງກອນ: ບໍ່ມີ
ເກສອນ: ລຳອຽງ
ມາລີ: ເຮົາແບ່ງໃຫ້! ເຈົ້າສິເອົາຖົງມື ຫຼື ຖົງຕີນ
ເກສອນ: ຂໍຖົງມືສ່ະ
ມັງກອນ: ບໍ່ໄດ້ໃດ໋! ນີ້ຂອງມາລີຜູ້ດຽວ
ມາລີ: ຊັ້ນເຂົາບໍ່ເອົາ
ມັງກອນຈຳໃຈ: ກະໄດ້ຊັ້ນນ່ະໃຫ້ເກສອນອັນໜຶ່ງກະໄດ້
ເກສອນຍິ້ມ: Thank!
ຫຼັງຈາກນັ້ນຄູສອນກໍ່ເຂົ້າມາໃນຊົ່ວໂມງນີ້ພວກເຂົາຮຽນກ່ຽວກັບວີຊາຊີວະສາດ

ມາທີຫ້ອງ 5/1 ສອນໄຊຫຼັງຈາກເຫັນເກສອນແລ້ວກໍ່ເກີດອາການຕົກຫຼຸມຮັກຢ່າງຈັງ ຊົ່ວນີ້ເປັນສີບົວຫວານ ຈິດໃຈລ່ອງລອຍຫາສາວຄົນນັ້ນຈົນບໍ່ໄດ້ຟັງຄຳທີ່ຄູສອນ ຄູໄດ້ເອີ້ນໃຫ້ສອນໄຊອອກໄປແກ້ເລກທີ່ໜ້າກະດານຫຼາຍເທື່ອກວ່າຈະໄດ້ຍິນຈົນໝູ່ໃນຮ້ອງຫົວຂວັນ
ຄູ: ສອນໄຊ! ອອກມາໜ້າກະດານ ແກ້ເລກສົມຜົນໂຈດນີ້
ສອນໄຊໃຈບໍ່ຢູ່ກັບເນື້ອກັບຕົວຈິ່ງແກ້ສົມຜົນເທື່ອນີ້ຜິດ
ຄູ: ເຈົ້າເຮັດຜິດ! ອອກໄປແລ່ນອ້ອມຫຼັກທຸງ 10 ຮອບ
ນີ້ເປັນຄັ້ງທຳອິດທີ່ສອນໄຊຖືກລົງໂທດຍ້ອນແກ້ເລກຜິດ ເຊິ່ງໄດ້ສ້າງຄວາມແປກໃຈໃຫ້ແກ່ຄູ ແລະ ເພື່ອນຮ່ວມຫ້ອງລວມທັງໂທນີກໍ່ແປກໃຈ ເພາະໂດຍລວມແລ້ວຜົນງານທີ່ຜ່ານມາຂອງສອນໄຊບໍ່ທຳມະດາເປັນຮອງແຕ່ໂທນີເທົ່ານັ້ນ

ທີ່ເຮືອນແມ່ຂອງມາລີໄດ້ເຮັດຂະໜົມຄຸກກີ້ ກໍ່ເລີຍຄິດແບ່ງໄປໃຫ້ເຮືອນຂອງໂທນີໄດ້ຊິມນຳກັນ ຈິ່ງໄດ້ຫາໃຫ້ມາລີເອົາຂະໜົມຄຸກກີ້ໄປສົ່ງ ມາລີມາທີ່ເຮືອນຂອງໂທນີ ແລ້ວພົບກັບ ຫລິວຫລິວ ໝາຂອງໂທນີເລີຍແວະຢອກກ່ອນເຂົ້າເຮືອນໃນຂະນະນັ້ນ ໂທນີຍ່າງອອກມາຈາກໃນເຮືອນກກະວ່າຈະມາຫຼິ້ນກັບຫຼິວຫຼິວ ແຕ່ເຫັນມາລີກຳລັງຫຼິ້ນກັບຫຼິວຫຼິວຢູ່ເລີຍບໍ່ຢາກໄປຂັດຈັງຫວະ ໂທນີຈິ່ງເຮັດໄດ້ພຽງຈອບເບິ່ງດ້ວຍໃບໜ້າຍິ່ມເບົາໆເທົ່ານັ້ນ

ຫຼັງຈາກຫຼິ້ນກັບຫຼິວຫຼິວແລ້ວມາລີກໍ່ຍ່າງເຂົ້າເຮືອນໄປພ້ອມກັນກ່ອງຈະໜົມຄຸກກີ້ເຂົ້າໄປຫາແມ່ເມສາທີ່ຫ້ອງຄົວ ໂດຍທີ່ນາງບໍ່ຮູ້ເລີຍວ່າມີຊາຍໜຸ່ມແອບເບິ່ງນາງຢູ່
ມາລີ: ປ້າເມສາ ແມ່ຝາກຂະໜົມຄຸກກີ້ມາໃຫ້ຊິມ
ແມ່ເມສາ: ຂອບໃຈເດີ້ມາລີ! ເອົາວາງໄວ້ເທິງໜ້າໂຕະນັ້ນກ່ອນ! ແລ້ວເທື່ອໜ້າຕ້ອງຮ້ອງປ້າວ່າແມ່ເດີ້ ເພາະເຈົ້າເອີ້ນຂ້ອຍປ້າຟັງແລ້ວເຖົ້າເກີນໄປ
ມາລີເຂີນເລັກນ້ອຍ: ໂອເຄ! ເມື່ອໜ້າຈະເອີ້ນວ່າແມ່ເມສາ
ແມ່ເມສາ: ມາລີຖ້າເອົາແກງສົ້ມປາເມືອໃຫ້ພໍ່ກັບແມ່ເຈົ້າພ້ອມເດີ້ ກຳລັງຈະສຸກແລ້ວແປ໊ບໜຶ່ງ
ມາລີ: ໂຫ! ກິນຫອມຊວນນ້ຳລາຍໄຫລແທ້
ແມ່ເມສາ: ແນ່ນອນ! ຢາກກິນແມ່ນບໍ່
ມາລີນຶກໄດ້ເລື່ອງໜຶ່ງເລີຍຖາມແມ່ເມສາໄປວ່າ: ແມ່ເມສາ! ມື້ນີ້ຂ້ອຍເຫັນໂທນີຂີ່ລົດຖີບໄປໂຮງຮຽນ ລົດຈັກລາວເພຫວະ ເມື່ອໜ້າໃຫ້ລາວໄປໂຮງຮຽນພ້ອມກັນກັບຂ້ອຍກໍ່ໄດ້
ແມ່ເມສາທັງເວົ້າທັງຍິ້ມ: ບໍ່ແມ່ນລົດຈັກລາວເພດອກ! ໂທນີລາວເປັນຄົນບໍ່ມັກໜາວ ເມື່ອຮອດລະດູໜາວຂອງທຸກປີລາວຈິ່ງເລືອກທີ່ຈະຖີບລົດໄປໂຮງຮຽນເພື່ອໃຫ້ຮ່າງກາຍອົບອຸ່ນ ໂຊກດີທີ່ໂຮງຮຽນບໍ່ໄດ້ຢູ່ໄກຈາກໂຮງຮຽນຫຼາຍ ຕາງວ່າອອກກຳລັງກາຍໄປໃນຕົວພ້ອມ
ມາລີ: ອໍ…

ເຊົ້າມື້ຕໍ່ມາ ມາລີກໍ່ມາດັກລໍຖ້າໂທນີທີ່ໜ້າບ້ານແຕ່ເຊົ້າພ້ອມລົດຖີບຄູ່ໃຈ ເພື່ອນຕັ້ງໃຈຖີບລົດໄປໂຮງຮຽນເປັນເພື່ອນກັບໂທນີ ທຳອິດທີ່ໂທນີເຫັນມາລີຢືນລໍພ້ອມລົດຖີບກໍ່ຮູ້ຈຸດປະສົງທັນທີ ໂທນີແກ້ງຖີບລົດຖີບໄວເພື່ອບໍ່ຢາກໃຫ້ມາລີນຳທັນ ເທິງມາລີຈະໄລ່ປັ່ນນຳຫຼັງ ແລະບໍ່ໄດ້ຮຽງຂ້າງແຕ່ມາລີກໍ່ມີຄວາມສຸກທີ່ຢ່າງນ້ອຍກໍ່ໄດ້ຖີບລົດຖີບນຳຫຼັງໂທນີຊາຍຜູ້ເປັນທີ່ຮັກ ທັງຄູ່ມາຮອດໂຮງ ຮຽນ ແລະ ເອົາລົດໄປໄວ້ທີ່ຄອກຝາກລົດພ້ອມກັນ ມາລີເອົາລົດຖີບຂອງຕົນໄປຈອດໄວ້ຮຽງຂ້າງລົດຖີບຂອງໂທນີ