ຄວາມສຸກຂອງມະນຸດເງິນເດືອນ

11755817_389127581278374_6832958744119771921_n
ສໍາລັບພະນັກງານກີນເງິນນເດືອນຄົນໜື່ງຄວາມສຸກທີ່ຢາກໄດ້ຮັບຄົງຈະໜີບໍ່ພົ້ນເລື່ອງລຸ່ມນີ້:

1.ຄວາມສຸກຈາກການມີຫົວໜ້າທີ່ດີ ແລະ ເອົາໃຈໃສ່ລູກນ້ອງໃນເວລາວຽກ ແລະ ເວລາພົບບັນຫາອື່ນໆ

2.ຄວາມສຸກຈາກການໄດ້ຮັບຜົນຕອບແທນທີ່ດີໃນການເຮັດວຽກຢ່າງໜັກຕະຫຼອດ 30 ວັນ

3.ຄວາມສຸກຈາກການມີເພື່ອນຮ່ວມງານທີ່ດີ ແລະ ເຮັດວຽກເປັນທີມ

4.ຄວາມສຸກຈາກການໄດ້ຮັບສະຫັວດດີການດີໆຈາກບ້ານຫຼັງທີ່ສອງຂອງຊີວິດມະນຸດເງິນເດືອນໜື່ງຄົນ

5.ຄວາມສຸກທີ່ໄດ້ຈາກສະຖານທີ່ເຮັດວຽກນັ້ນຄຶສະພາບແວດລ້ອມການເຮັດວຽກທີ່ດີ

6.ຄວາມສຸກຈາກການເຫັນອາຊິບຕົນເອງໜັ້ນຄົງ ແລະ ມີອະນາຄົດ

7.ຄວາມສຸກໃນການພັກຜ່ອນຫຼັງເລີກວຽກ ຫຼື ວັນພັກທົ່ວໄປທີ່ຈະໄດ້ໃຊ້ເວລາກັບຄອບຄົວ

8. ຄວາມສຸກທີ່ໄດ້ພັດທະນາຄວາມຮູ້ ຄວາມສາມາດ ແລະ ທັກສະຂອງຕົນຈາກບໍລິສັດ ຫຼື ອົງກອນທີ່ຕົນສັງກັດຢູ່

ໃນຂະນະດຽວກັນ ພວກເຮົາກໍ່ມີຄວາມສຸກເມື່ອທ່ານໄດ້ວຽກເຮັດທີ່ດີ ແລະ ຕິດຕາມພວກເຮົາຢ່າງສະໝໍ່າສະເໝີ.

ບົດຄວາມໂດຍ: ຈ໊ອຍສະບາຍ