ຄວາມຄືບໜ້າເຫດໄຟໄໝ້ວັດມໍລະດົກໂລກໃນທິເບດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 19 ກຸມພາ 2018 ກ່ຽວກັບຄວາມຄືບໜ້າຫຼັງເກີດເຫດໄຟໄໝ້ບໍລິເວນວັດໂຈຄັງ ໜຶ່ງໃນສະຖານທີ່ສັດສິດ ແລະ ເປັນທີ່ເຄົາລົບບູຊາສູງສຸດຂອງຊາວທິເບດ ທີ່ຕັ້ງຢູ່ເມືອງ ລາຂາ ເມືອງຫຼວງຂອງທິເບດ ທີ່ຢູ່ທາງພາກຕະເວັນຕົກສຽງໃຕ້ຂອງຈີນ ເມື່ອຄືນວັນເສົາທີ 17 ກຸມພາທີ່ຜ່ານມາ ສຳນັກຂ່າວຊິນຫົວ ແລະ ທິເບດ ເດລີ ເຊິ່ງເປັນສື່ລັດຖະບານປັກກິ່ງລາຍງານວ່າເຈົ້າໜ້າທີ່ສາມາດຄວບຄຸມສະຖານະການໄດ້ພາຍໃນເວລາອັນໄວ ແລະ ເປວໄຟໄດ້ສ້າງຄວາມເສຍຫາຍໃຫ້ຕົວອາຣາມວັດພຽງບາງສ່ວນ ແລະ ໃນລາຍງານບໍ່ມີຜູ້ເສຍຊີວິດ ສະພາບການກັບຄືນສູ່ປົກກະຕິ ແລະ ຕອນນີ້ຍັງບໍ່ມີການເປີດເຜີຍລາຍງານໃດໆເພີມເຕີມ