ຂ່າວດ່ວນ ສາຍການບິນແອແອລຈີເລຍ ຫາຍໄປຈາກຈໍເລດ້າ

 

ດ່ວນ! ສາຍການບິນແອຣ໌ແອລຈີເລຍ AH5017 ຫາຍໄປຈາກເຣດ້າ ຂາດການຕິດຕໍ່ກັບຫໍຄອຍໄປພ້ອມກັບຜູ້ໂດຍສານກວ່າ 116 ຊີວິດ ຍັງບໍ່ຮູ້ຊະຕາກຳວ່າຈະເປັນແນວໃດ

 

air-algeria-plane

 

AFP- ສາຍການບິນແອຣ໌ແອລຈີເຣຍເຜີຍຂາດການຕິດຕໍ່ກັບເຮືອບິນໂດຍສານລຳໜຶ່ງຂອງຕົນ ຫຼັງຈາກທີ່ເຮືອບິນລຳດັ່ງກ່າວຂຶ້ນບິນຈາກສະໜາມບິນຂອງປະເທດບູກິນາຟາໂຊ ໄດ້ເກືອບ 1 ຊົ່ວໂມງ ເພື່ອເດິນທາງກັບໄປຍັງແອລຈີເຣຍໃນມື້ນີ້ (24 ກໍລະກົດ 2014)

ແຫຼ່ງຂ່າວຈາກສາຍການບິນດັ່ງກ່າວ ບອກກັບເອເອຟພີວ່າ ເຮືອບິນໂດຍສານລຳທີ່ຂາດການຕິດຕໍ່ໄປເປັນເຮືອບິນລຸ້ນ DC-9 ແລະລາຍຊື່ຂອງຜູ້ໂດຍສານແລະຜູ້ໂດຍສານຈຳນວນ ຫຼາຍກວ່າ 110 ຄົນ ແລະຄາດວ່າລວມທັງໝົດມີເຖິງ 116 ຄົນ ເທິງທ່ຽວບິນນີ້ ເຊິ່ງປະກອບດ້ວຍຄົນຫຼາກຫຼາຍເຊື້ອຊາດ

ຂ່າວລາຍງານວ່າ ການຕິດຕໍ່ກັບເຮືອບິນລຳນີ້ໄດ້ຂາດຫາຍໄປໃນໄລຍະເວລາທີ່ກຳລັງຢູ່ເທິງນ່ານຟ້າຂອງປະເທດ ມາລີ ແລະກຳລັງຈະເຂົ້າສູ່ພົມແດນປະເທດແອລຈີເຣຍ

ແນວໃດກໍຕາມ, ສາຍການບິນແອຣ໌ແອລຈີເຣຍໄດ້ປະກາດເຖິງການສູນຫາຍໄປຂອງເຮືອບິນໃນທ່ຽວບິນ AH5017 ລຳນີ້ ໃນຄຳຖະແຫຼງທີ່ອອກອາກາດໂດຍສຳນັກຂ່າວ APS ເຊິ່ງເປັນສຳນັກຂ່າວແຫ່ງຊາດຂອງແອລຈີເຣຍ…