ຂ່າວດີ! ຄົນຕ່າງຊາດທີ່ຈົດທະບຽນກັບພົນລະເມືອງລາວ ສາມາດຂໍວີຊ່າຜົວ-ເມຍ ໄດ້ແລ້ວ

ຖ້າທ່ານຈົດທະບຽນແຕ່ງດອງກັບພົນລະເມືອງຕ່າງປະເທດຢ່າງຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ທ່ານສາມາດຂໍວີຊ່າ ຜົວ-ເມຍ (SP-B3) ໃຫ້ກັບຜົວເມຍຂອງທ່ານໄດ້ແລ້ວ. ຂັ້ນຕອນໃນການຂໍວີຊາຜົວເມຍມີ 3 ຂັ້ນຕອນດັ່ງນີ້:

ຂັ້ນຕອນທີ 1: ຂໍວີຊ່າ SP-B3 ຊົ່ວຄາວ. ໂດຍປະກອບເອກະສານໄປຍື່ນຢູ່ຫ້ອງເບີ 4 ຊັ້ນ 2 ຂອງກົມກົງສູນ, ກະຊວງການຕ່າງປະເທດ. ເອກະສານປະກອບມີດັ່ງຕໍ່ໄປນີ້:

  1. ສຳເນົາໃບທະບຽນແຕ່ງດອງ 1 ສະບັບ.
  2. ໃບສະເໜີ 1 ສະບັບ. (ສາມາດພົວພັນເບິ່ງຮ່າງແບບເອກະສານໄດ້ທີ່ຫ້ອງເບີ 4 ຊັ້ນ 2 ກົມກົງສູນ, ກະຊວງການຕ່າງປະເທດ)
  3. ສຳເນົາປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຂອງຄູ່ຜົວ ຫລື ເມຍ ທີ່ເປັນພົນລະເມືອງລາວ 1 ສະບັບ.
  4. ໃບຢັ້ງຢືນທີ່ຢູ່ຈາກອຳນາດການປົກຄອງບ້ານ 1 ສະບັບ.
  5. ສຳເນົາໜັງສືຜ່ານແດນຂອງຜົວ ຫລື ເມຍ ທີ່ເປັນພົນລະເມືອງຕ່າງປະເທດ 1 ສະບັບ.

ຄ່າທຳນຽມໃນການຂໍເອກະສານແມ່ນ 5000 ກີບ ເຈົ້າໜ້າທີ່ຈະອອກໃບອະນຸຍາດວີຊ່າກັບດ່ານໃຫ້ ໂດຍໃຊ້ເວລາອອກເອກະສານປະມານ 4 ວັນລັດຖະການ. ຫຼັງຈາກນັ້ນ ໃຫ້ນຳເອົາໃບອະນຸຍາດວີຊ່າກັບດ່ານ ກັບ ປື້ມຫນັງສືຜ່ານແດນຂອງຜົວ ຫລື ເມຍ ທີ່ເປັນພົນລະເມືອງຕ່າງປະເທດ ໄປຍື່ນເອົາວີຊ່າ ຢູ່ດ່ານທີ່ທ່ານລະບຸໃສ່ໃນໃບສະເຫນີ ແລະ ເສຍຄ່າທຳນຽມ 30 ໂດລາ ທ່ານກໍຈະໄດ້ຮັບວີຊ່າ SP-B3.

ຂັ້ນຕອນທີ 2: ຂໍບັດອະນຸຍາດພັກເຊົາ (Stay Permit) ນຳເຈົ້າຫນ້າທີ່ກົມຄຸ້ມຄອງຄົນຕ່າງປະເທດ. ຖ້າຫາກທ່ານອາໄສຢູ່ຕ່າງແຂວງແມ່ນຕ້ອງໄປຂໍຢູ່ນະຄອນຫລວງວຽງຈັນ ເພາະຂັ້ນແຂວງບໍ່ສາມາດອອກບັດອະນຸບາດພັກເຊົາສຳລັບຄົນຕ່າງປະເທດໄດ້ເທື່ອ, ສ່ວນເອກະສານຕ່າງໆທີ່ຕ້ອງກຽມເຂົ້າຍື່ນແມ່ນປະກອບມີ:

  1. ຮູບຕິດບັດຂະໜາດ 3×4 ຈຳນວນ 3 ໃບ.
  2. ສຳເນົາໃບທະບຽນແຕ່ງດອງ 1 ສະບັບ.
  3. ສຳເນົາວີຊ່າ ຜົວ-ເມຍ SP-B3 1 ສະບັບ.
  4. ສຳເນົາໜັງສືຜ່ານແດນຂອງຜົວ ຫຼື ເມຍ ທີ່ເປັນພົນລະເມືອງຕ່າງປະເທດ 1 ສະບັບ.
  5. ໃບສະເໜີ ຫຼື ຄຳຮ້ອງຂໍຂື້ນທະບຽນ ແລະ ຂໍບັດອະນຸຍາດພັກເຊົາ 1 ສະບັບ (ຮ່າງເອກະສານແມ່ນສາມາດເບີ່ງໄດ້ທີ່ ກົມຄຸ້ມຄອງຄົນຕ່າງປະເທດ ນະຄອນຫລວງວຽງຈັນ).
  6. ໃບຢັ້ງຢືນທີ່ຢູ່ຈາກອຳນາດການປົກຄອງບ້ານ 1 ສະບັບ.
  7. ສຳເນົາປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຂອງຜົວ ຫຼື ເມຍ ທີ່ເປັນພົນລະເມືອງລາວ 1 ສະບັບ.

ຄ່າທຳນຽມສຳລັບບັດອະນຸຍາດພັກເຊົາແມ່ນ 1,320,000 ກີບ ແລະ ໃຊ້ເວລາດຳເນີນການປະມານ 3 ວັນລັດຖະການ.

ຂັ້ນຕອນທີ 3: ຂໍວີຊ່າຜົວ-ເມຍ 1​ ປີ. ພາຍຫຼັງໄດ້ຮັບບັດອະນຸຍາດພັກເຊົາແລ້ວ ໃຫ້ປະກອບເອກະສານຂໍວີຊ່າ 1 ປີ ຢູ່ກົມກົງສູນ, ກະຊວງການຕ່າງປະເທດອີກຄັ້ງ ຄ່າທໍານຽມແມ່ນ 1,200,000 ກີບ ເຊິ່ງປະກອບເອກະສານໄປຍື່ນດັ່ງລຸ່ມນີ້:

  1. ໃບສະເໜີ (ຮ່າງເອກະສານແມ່ນສາມາດເບີ່ງໄດ້ທີ່ ຫ້ອງເບີ 4 ຊັ້ນ 2 ກົມກົງສູນ, ກະຊວງການຕ່າງປະເທດ).
  2. ໃບຢັ້ງຢືນທີ່ຢູ່ຈາກອຳນາດການປົກຄອງບ້ານ 1 ສະບັບ.
  3. ສຳເນົາໃບທະບຽນແຕ່ງດອງ 1 ສະບັບ.
  4. ສຳເນົາປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຂອງຜົວ ຫຼື ເມຍ ທີ່ເປັນພົນລະເມືອງລາວ 1 ສະບັບ.
  5. ສຳເນົາໜັງສືຜ່ານແດນຂອງຜົວ ຫຼື ເມຍ ທີ່ເປັນພົນລະເມືອງຕ່າງປະເທດ 1 ສະບັບ.

ວີຊ່າ (SP-B3) ຫຼື ວີຊ່າຜົວເມຍ ແມ່ນສາມາດຂໍນຳໃຊ້ຕັ້ງແຕ່ວັນທີ 1 ສິງຫາ 2018 ເປັນຕົ້ນໄປ. ສະນັ້ນ, ຈື່ງແຈ້ງມາຍັງພົນລະເມືອງລາວທົ່ວຫນ້າ ໄດ້ຮັບຊາບທົ່ວເຖິງກັນດ້ວຍ.

ເບີໂທຕິດຕໍ່ກົມກົງສູນ: 021 254173

 

ຕົວຢ່າງໃບຄໍາຮ້ອງຂໍວີຊ່າ SP-B3 ຢູ່ກົມກົງສູນ:

 

 

 

ຂຽນໂດຍ: ບຸນມີ ຄຳມີໄຊ

ແຫລ່ງຂ່າວ: ກົມກົງສູນນະຄອນຫລວງວຽງຈັນ.

3 COMMENTS

  1. ເຮັດວີຊາຜົວ~ເມຍ ແຕ່ວ່າຊິໄປຢູ່ຈີນ ແຕ່ບໍ່ຕັດສັນຊາດລາວ ເຮົາໄປຢູ່ພຸ້ນກະໄດ້ຫວາ, ອີກຢ່າງຖ້າເຮົາເຮັດວີຊາຜົວ~ເມຍນີ້ແລ້ວ ເຮົາສາມາດໄປໆມາໆໄດ້ບໍ່

  2. ອັນນີ້ຂ້ອຍຄິດວ່າ ແມ່ນກໍລະນີຝ່າຍໃດຝ່າຍໜຶ່ງແຈ້ງເພື່ອຂໍເຂົ້າມາຢູ່ໃນປະເທດລາວ.
    ຖ້າທ່ານແລ່ນເອກະສານຄົບຕາມສາມຂັ້ນຕອນດັ່ງກ່າວແມ່ນສາມາດຂໍວີຊ່າຢູ່ລາວໄດ້ໜຶ່ງປີແລະສາມາດເຂົ້າອອກລາວໄດ້ຖ້າວີຊ່າຍັງບໍ່ໝົດກຳໝົດ.
    ສ່ວນຜູ້ທີ່ບໍ່ຢາກຕັດສັນຊາດລາວແຕ່ຢາກໄປຢູ່ຕ່າງປະເທດແມ່ນທ່ານຈະຕ້ອງຂໍວີີຊ່າຈາກທາງລາວສາກ່ອນ(ວີຊ່າແຕ່ລະປະເພດບໍ່ຄືກັນຂໍມູນແຕ່ລະປະເພດແມ່ນກະລຸນາຕິດຕໍ່ກົງສູນໂດຍກົງ), ຫລັງຈາກທາງປະເທດລາວອອກວີຊ່າທີ່ທ່ານຂໍໃຫ້ແລ້ວ(ມັນຈະມີການກຳໜົດເວລາທີ່ທ່ານສາມາດຢູ່ໃນປະເທດດັ່ງກ່າວບອກໄວ້ລະອຽດວ່າສາມາດຢູ່ໄດ້ຈັກມື້ໃນກໍລະນີທ່ານຍັງບໍ່ໄດ້ຂໍວີຊ່າຈາກປະເທດນັ້ນ), ຫລັງຈາກນັ້ນທ່ານຕ້ອງໄດ້ໄປຂໍວີ່ຊ່າອີກຮອບທີ່ປະເທດດັ່ງກ່າວໂດຍມີເອກະສານປະກອບຕາມລະບຽບກົດໝາຍຂອງປະເທດນັ້ນ(ໄລຍະເວລາຂໍວີຊ່າກໍຂື້ນຢູ່ຕາມກົດໝາຍຂອງປະເທດດັ່ງກ່າວ). ຕົວຢ່າງ: ບາງປະເທດສາມາດຂໍວີຊ່າໄດ້ 6 ເດືອນ, 1 ປີ, 3 ປີ,5 ປີ. ສົມມຸດວ່າ: ຖ້າທ່ານມີວີຊ່າພາຍໃນເວລາ1ປີຂອງປະເທດດັ່ງກ່າວ(ທີ່ບໍ່ແມ່ນປະເທດລາວ) ທ່ານສາມາດເຂົ້າອອກໄດ້ຕາມປົກກະຕິໃນປະເທດນັ້ນ ແລະ ເຂົ້າອອກປະເທດລາວໄດ້ຕາມປົກກະຕິເຊັ່ນດຽວກັນ.
    #ຂໍ້ມູນອາດຈະບໍ່ໄດ້ລະອຽດເພາະຂ້າພະເຈົ້າອະທິບາຍຕາມຄວາມເຂົ້າໃຈ ແລະ ຫາຂໍ້ມູນເອງຕາມໂລກອິນເຕີເນັດ, ອີກຢ່າງຕົວຂ້າພະເຈົ້າກໍ່ບໍ່ແມ່ນເຈົ້າຫນ້າທີ່ເປັນພຽງແຕ່ນັກສຶກສາທີ່ເຄີຍຜ່ານການຂໍວີຊ່າຈາກພາຍໃນແລະຕ່າງປະເທດມາແລ້ວ. ອັນໃດບໍ່ຖືກບໍ່ຕ້ອງສາມາດເມັ້ນຄື້ນມາໄດ້ ຂໍຂອບໃຈ.

Comments are closed.