ຂັບ​ຂີ່​ປະໝາດ​ພາ​ໃຫ້​ມີ​ຜູ້​ເສຍ​ຊີວິດ 2 ຄົນ

10411996_358129177699816_8291781216113103834_n

 

ເຈົ້າໜ້າທີ່ກອງແກ້ໄຂຄະດີອຸປະຕິເຫດນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາ ປະມານ 1:30 ຂອງວັນທີ 8 ທັນວາ

2014 ນີ້ໄດ້ເກີດອຸປະຕິເຫດລົດຈິບຕຳລົດຈັກ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ແລະ ຜູ້ຊ້ອນທ້າຍເສຍຊີວິດ, ເຫດການດັ່ງກ່າວ

ເກີດຂື້ນຢູ່ຖະໜົນ ເຕ 4 ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຕາມການສັນນະສູດວັດແທກ

ສະຖານທີ່ເກີດເຫດໃນເບື້ອງຕົນພົບວ່າ ອຸປະຕິເຫດຄັ້ງນີ້ເກີດຈາກລົດໃຫຍ່ຂັບຂີ່ດ້ວຍຄວາມໄວ ເສຍຫຼັກມາຕຳເອົາ

ລົດຈັກຄັນດັ່ງກ່າວ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ຂັບຂີ່ທຸກໆຄົນ ຈົ່ງຂັບຂີ່ດ້ວຍຄວາມມີສະຕິບໍ່ປະໝາດ ແລະ ເອົາໃຈ

ໃສ່ເຄົາລົບນັບຖືລະບຽບຈໍລະຈອນ ເພື່ອເຮັດແນວໃດບໍ່ໃຫ້ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ, ຫຼີກເວັ້ນການ

ສູນເສຍທາງຊີວິດກໍຄືຊັບສິນ.

 

ແຫລ່ງຂ່າວ: ລາວພັດທະນາ