ຂະແໜງຕັດຫຍິບກະທົບໜັກຍອດສັ່ງຕົກ ແຮງງານການຜະລິດຫຼຸດລົງ

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ອຸດສາຫະກຳຕັດຫຍິບລາວ ໄດ້ຮັບຜົນກະທົບໜັກຈາກການລະບາດຂອງໂຄວິດ-19 ເນື່ອງຈາກຍອດສັ່ງເຄື່ອງຈາກຕ່າງປະເທດຫຼຸດລົງ ປັດຈຸບັນແຮງງານທີ່ກັບເຂົ້າສູ່ວຽກການຜະລິດ ມີ 4 ພັນຄົນ ຈາກທີ່ມີ 26 ພັນກວ່າຄົນ.

ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມຕັດຫຍິບລາວ ໄດ້ກ່າວວ່າ: ປັດຈຸບັນເຮົາມີໂຮງງານຕັດຫຍິບ ປະມານ 80 ກວ່າຫົວໜ່ວຍ ທີ່ເປັນສະມາຊິກຂອງສະມາຄົມ. ໃນນັ້ນ, ຜະລິດສົ່ງອອກ 50 ກວ່າໂຮງງານ  ສ່ວນໂຮງງານທີ່ບໍ່ໄດ້ສົ່ງອອກສ່ວນຫຼາຍຮັບວຽກມາຈາກໂຮງງານໃຫຍ່ທີ່ສົ່ງອອກອີກເທື່ອໜຶ່ງ.

ສໍາລັບຕົວເລກແຮງງານທີ່ເຮັດວຽກໃນຂະແໜງດັ່ງກ່າວ ມີ 26–30 ພັນກວ່າຄົນ. ທັງນີ້, ກໍເນື່ອງມາຈາກການເຄື່ອນຍ້າຍແຮງງານທີ່ຍັງບໍ່ປົກກະຕິ ເຮັດໃຫ້ການເກັບກໍາຕົວເລກຍັງບໍ່ຊັດເຈນ, ການລົງທຶນສ່ວນຫຼາຍເປັນການລົງທຶນຂອງຕ່າງປະເທດ ສ່ວນການລົງທຶນຄົນລາວເປັນເຈົ້າຂອງ ມີພຽງ 15%.

ໃນປີ 2020 ເກີດການລະບາດຂອງໂຄວິດ-19 ເຮັດໃຫ້ການນໍາເຂົ້າ-ສົ່ງອອກວັດຖຸດິບ ເລີ່ມບໍ່ປົກກະຕິ ສົ່ງຜົນໃຫ້ການຜະລິດບໍ່ເຕັມຮ້ອຍ, ຫຼັງຈາກນັ້ນມາເດືອນ ກຸມພາ ເຫັນວ່າບາງໂຮງງານບໍ່ໄດ້ເຄື່ອນໄຫວເຕັມທີ່ຈາກທີ່ເຄີຍດໍາເນີນການຜະລິດ 100% ອາດຈະເຫຼືອ 70-80%.

ສໍາລັບພະນັກງານຕັດຫຍິບທີ່ບໍ່ໄດ້ກັບພູມລໍາເນົາ ມີ 7-8 ພັນຄົນ ຫຼື 1/3 ຂອງແຮງງານທັງໝົດ ແຕ່ບໍ່ໝາຍຄວາມວ່າແຮງງານທັງໝົດຈະໄດ້ເຮັດວຽກປົກະຕິ ມີແຕ່ບາງໂຮງງານເທົ່ານັ້ນ. ສະນັ້ນ, ແຮງງານທີ່ເຮັດວຽກຕົວຈິງກໍຢູ່ໃນລະ ຫວ່າງ 3-4 ພັນຄົນເທົ່ານັ້ນ.

 

ຮຽບຮຽງຂ່າວ: ພຸດສະດີ