ຂະບວນລົດຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ເກີດອຸບັດຕິເຫດ

ເມື່ອຕອນເຊົ້າຂອງວັນທີ 17 ມິຖຸນາ 2018 ຂະບວນລົດຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ຫົວໜ້າພັກຟຸນຊິນເປດ ປະເທດ ກຳປູເຈຍ ເກີດອຸບັດຕິເຫດໃນຂະນະເດີນທາງໄປຫາສຽງ ທີ່ສີຫນຸວິລ ເຮັດໃຫ້ ຫມ່ອມອູ໊ດ ພັລລາ ພຣະຊາຍາ ເສຍຊີວິດ ແລະ ພະອົງມີອາການບາດເຈັບສາຫັດ ປັດຈຸບັນຖືກນຳສົ່ງມາຮັກສາຕົວທີ່ ກຸງເທບ ປະເທດໄທ

ສົມເດັດກົມພຣະນະໂຣດົມ ຣົນນະລິດ ພ້ອມພຣະຊາຍາ ເດີນທາງອອກຈາກນະຄອນຫຼວງພະນົມເປນ ເພື່ອໄປຫາສຽງໃນການເລືອກຕັ້ງທົ່ວໄປ ທີ່ເມືອງ ສຸໜຸວິລ ແຕ່ລະຫວ່າງທາງທີ່ຂະບວນລົດແລ່ນດ້ວຍຄວາມໄວເພື່ອໄປໃຫ້ທັນເວລາຫາສຽງ ໄດ້ຖືກລົດແທັກຊີຕຳເຂົ້າຢ່າງແຮງ ເຊິ່ງເປັນເຫດໃຫ້ສອງພຣະອົງບາດເຈັບສາຫັດ ຕໍ່ມາທາງ ສຳນັກພຣະຣາຊວັງກຳປູເຈຍ ອອກຖະແຫຼງວ່າ ໝ່ອມອູ໊ດ ພັລລາ ພຣະຊາຍາ ໄດ້ເສຍຊີວິດໃນຂະນະກຳລັງນຳຂຶ້ນເຮລິຄອບເຕີເພື່ອເດີນທາງໄປທີ່ໂຮງໝໍ ໃນນະຄອນພະນົມເປນ

ນີ້ຖືເປັນຄັ້ງທີສອງທີ່ຂະບວນຫາສຽງຂອງສົມເດັດກົມພຣະນະໂຣດົມ ຣົນນະລິດ ເກີດອຸບັດຕິເຫດ ໂດຍເມື່ອປີ 2015 ຂະບວນຂອງພຣະອົງເຄີຍຖືກລົດບັນທຸກຕຳ ທີ່ແຂວງ ກຳປົງຈາມ