ກຽມຈັດງານລາງວັນທຸລະກິດດີເດັ່ນອາຊຽນຂອງລາວ

0
1658

   ວັນ​ທີ 15 ມີ­ນາ 2016, ສະ­ພາ​ການ​ຄ້າ ແລະ​ອຸດ­ສາ­ຫະ­ກຳແຫ່ງ​ຊາດ​ລາວ​ໄດ້​ຈັດ​ພິ­ທີ​ຖະ­ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ຈັດ​ງານ​ລາງວັນ​ທຸ­ລະ​ກິດ​ດີ­ເດັ່ນ​ອາ​ຊຽນ​ຂອງ ສປປ ລາວ ປະ­ຈຳ​ປີ2016 (ABAL 2016) ທີ່​ສະ­ພາ​ການຄ້າ ແລະ​ອຸດ­ສາ­ຫະ­ກຳ​ແຫ່ງ​ຊາດ​ລາວ, ນະ­ຄອນ­ຫຼວງ​ວຽງ​ຈັນ​ໂດຍ​ພາຍ​ໃຕ້​ການເປັນ​ປະ­ທານ​ຮ່ວມ​ຂອງ​ທ່ານ ອຸ​ເດດ ສຸ­ວັນນະ​ວົງ ປະ­ທານ ສະ­ພາ​ທີ່​ປຶກ­ສາ​ທຸ­ລະ​ກິດອາ​ຊຽນ ແລະ​ຮອງ​ປະ­ທານ ສຄອ, ທ່ານ ທະ​ນົງ​ສິນ ກັນ­ລະ­ຍາ ປະ­ທານ ASEAN BusinessAward, ທ່ານ ສົມ​ສະ­ໜຸກ ມີ​ໄຊ ຮອງ​ປະ­ທານ​ສະ­ມາ­ຄົມ​ນັກ​ຂ່າວແຫ່ງ​ປະ­ເທດ​ລາວ, ທ່ານ GanesanaKolandevelu KPMG Lao co.LTD, ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

   ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ລາ­ງວັນ​ທຸ­ລະ​ກິດ​ດີ­ເດັ່ນ ອາ​ຊຽນ​ຂອງ​ສປ​ປລາວ​ຖື​ເປັນ​ການ​ຈັດ ງານ​ຄັ້ງ​ທຳ​ອິດ​ຂອງ​ປະ­ເທດ ແລະ​ຈະ​ຈັດ ຕໍ່​ໄປ​ໃນ​ແຕ່​ລະ​ປີ, ໂດຍ​ລາ­ງວັນ (ABAL 2016) ນີ້ ບໍ່​ພຽງ​ແຕ່​ຍ້ອງ­ຍໍ​ຊົມ­ເຊີຍ​ບັນ ດາ​ວິ​ສາ​ຫະ​ກິດ​ລາວ​ທີ່​ດີ­ເດັ່ນ​ເທົ່າ​ນັ້ນ​ແຕ່ຍັງ​ຈະ​ສ້າງ​ຄວາມ​ເຂັ້ມ­ແຂງ ແລະ​ເຮັດ ໃຫ້​ບັນ­ດາ​ວິ​ສາ​ຫະ​ກິດ​ໃນ ສປປ ລາວ ມີຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ​ກັບ​ປະ ຊາ​ຄົມ​ອາ​ຊຽນ​ອີກ​ດ້ວຍ, ທຸ­ລະ​ກິດ​ທີ່​ຊະ ນະ​ເລີດ​ຈາກ ABAL 2016 ຈະ​ຖຶກ​ສົ່ງ ເຂົ້າ​ແຂ່ງ­ຂັນ​ຕໍ່​ໃນ​ລະ­ດັບ​ອາ​ຊຽນ ຊຶ່ງ​ຈະ ພົບ​ກັບ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ມີ​ຊື່ ສຽງ​ໃນ​ລະ­ດັບ​ພາກ​ພື້ນ.

ທ່ານ ອຸ​ເດດ ສຸ­ວັນ­ນະ​ວົງ ໃຫ້​ຮູ້​ຕື່ມ ວ່າ: ABAL 2016 ແມ່ນ​ໄດ້​ເປີດ​ກວ້າງ ຕໍ່​ສະ­ມາ­ຊິກ​ສະ­ພາ​ການ​ຄ້າ ແລະ​ອຸດ​ສາ ຫະ​ກຳ​ແຫ່ງ​ຊາດ​ລາວ​ທຸກ​ທ່ານ ແລະ ທຸກໆ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໃນ​ລາວ​ບໍ່​ວ່າ ນ້ອຍ​ຫຼື​ໃຫຍ່ ກໍ​ສາ­ມາດ​ສົ່ງ​ເຂົ້າ​ສະ­ໝັກ ໄດ້, ສ່ວນ​ພິ­ທີ​ປະ­ກາດ​ຜົນ​ແມ່ນ​ຈະ​ຢູ່​ໃນ​ໄລ­ຍະ​ທ້າຍ​ເດືອນ​ກັນ­ຍາ 2016 ທີ່​ຈັດ ຄຽງ​ຄູ່​ກັບ​ກອງ​ປະ­ຊຸມ​ສຸດ​ຍອດ​ທຸ­ລະ​ກິດ​ແລະ​ການ​ລົງ­ທຶນ​ອາ​ຊຽນ ແລະ​ກອງ​ປະ ຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ 28 ຊຶ່ງ​ບໍ​ລິ ສັດ KPMG ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ໃຫ້ ເປັນ​ຜູ້​ກວດ​ສອບ​ຢ່າງ​ເປັນ​ທາງ​ການ   ເພື່ອ​ຮັບ­ປະ­ກັນ​ການ​ຈັດ​ງານ​ລາ­ງວັນ​ໃຫ້​ມີ​ຄວາມ​ໂປ່ງ​ໃສ, ຄວາມ​ຍຸດ­ຕິ​ທຳ ແລະ​ມີ ຄວາມ​ເປັນ​ມື​ອາ­ຊີບ​ໃນ​ຂັ້ນ​ຕອນ​ການ​ຄັດ ເລືອກ​ລາ­ງວັນ​ໃຫ້​ແກ່​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ.

ທ່ານ ນາງ ສຸ­ພາ​ພອນ ສວນ​ນະ​ວົງ ຊຶ່ງ​ເປັນ​ຜູ້​ປະ­ສານ​ງານ​ການ­ຈັດ­ຕັ້ງ​ປະ­ຕິບັດ​ວຽກ ABIS ແລະ ABA 2016 ໄດ້ອະ­ທິ­ບາຍ​ໃຫ້​ຮູ້​ກ່ຽວ​ກັບ​ປະ­ເພດ​ຂອງ ລາ­ງວັນ​ດັ່ງ­ກ່າວ​ວ່າ: ລາ­ງວັນ​ທຸ­ລະ​ກິດ​ດີ ເດັ່ນ​ພາຍ​ໃຕ້​ຂະ­ແໜງ­ການ​ບຸ­ລິ­ມະ­ສິດ ຂອງ ສປປ ລາວ(ຜູ້​ຊະ­ນະ​ເລີດ​ຈະ​ມີ 1 ລາ­ງວັນ​ຊຶ່ງ​ຢູ່​ພາຍ​ໃຕ້ 8 ຂະ­ແໜງ­ການ), ລາ­ງວັນ SME ດີ­ເດັ່ນ(ຜູ້​ຊະ­ນະ​ເລີດ​ຈະ ມີ​ສອງ​ລາ­ງວັນ​ເຊິ່ງ​ຢູ່​ພາຍ​ໃຕ້ 4 ໝວດ),   ລາ­ງວັນ​ພິ­ເສດ( ຜູ້​ຊະ­ນະ​ເລີດ​ມີ 1 ລາງວັນ​ພາຍ​ໃຕ້ 3 ໝວດ), ແລະ​ລາ­ງວັນ ທຸ­ລະ​ກິດ​ດີ­ເດັ່ນ​ຄົບ­ຮອບ 40 ປີ ສປປລາວ (ຜູ້​ຊະ­ນະ​ເລີດ​ມີ 10 ລາ­ງວັນ).

ຢ່າງ­ໃດ​ກໍ​ຕາມ​ບັນ­ດາ​ຜູ້​ສະ­ໝັກ​ສາ ມາດ​ຍື່ນ​ໃບ​ສະ­ໝັກ​ໄດ້​ໂດຍ​ການ Do-wnload ຂໍ້​ມູນ​ຈາກ Website abis 2016.com ຊຶ່ງ​ນັບ​ແຕ່​ມື້­ນີ້​ເປັນ­ຕົ້ນ​ໄປ​ມື້​ປິດ​ຮັບ​ສະ­ໝັກ​ແມ່ນ​ວັນ​ທີ 30 ເມ­ສາ 2016, ບັນ­ດາ​ຄະ­ນະ​ກຳ­ມະ­ການ​ແມ່ນ​ຜູ້ ຊົງ​ຄຸນ​ວຸດ​ທິ ແລະ​ມີ​ປະ­ສົບ​ການ​ຈາກ   ຫຼາຍ​ຂະ­ແໜງ­ການ​ເຊັ່ນ: ຂະ­ແໜງ­ການ ສຶກ​ສາ, ບັນ­ດາ​ກະ­ຊວງ ເສດ­ຖະ­ກິດ ແລະ ພາກ­ສ່ວນ​ທຸ­ລະ​ກິດ, ສຳ­ລັບ​ຜູ້​ທີ່​ສົນ­ໃຈ ຢາກ​ສະ­ໜັບ­ສະ­ໜູນ​ການ​ຈັດ​ງານ​ລາງ ວັນ​ດັ່ງ­ກ່າວ ແມ່ນ​ສາ­ມາດ​ຕິດ­ຕໍ່​ກອງ​ເລ ຂາ ABAL 2016 ຊຶ່ງ​ມູນ​ຄ່າ​ການ​ສະ­ໜັບ ສະ​ໜູນ​ຈະ​ຢູ່​ລະ­ຫວ່າງ 1.500-5.000 ໂດ​ລາ​ສະ­ຫະ­ລັດ.

ທີ່ມາ:logo