ກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI

0
2000

ໃນວັນທີ 16 ກັນຍາ 2022 ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ ທີ່ຈະເປັນເຈົ້າພາບໃນທ້າຍປີ 2022 ນີ້ ໂດຍໄດ້ຮັບການຕ້ອນຮັບຈາກພະນັກງານຫຼັກແຫຼ່ງຂອງແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.

ໃນໂອກາດດຽວກັນນີ້ ທ່ານ ຮອງປະທານປະເທດ ພ້ອມຄະນະຍັງໄດ້ໄປກວດກາເບີ່ງຄວາມພ້ອມດ້ານພື້ນຖານໂຄງລ່າງໃນການຮັບໃຊ້ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະສະໜາມກິລາປະເພດຕ່າງໆ ແລະ ສະຖານທີ່ອື່ນຕື່ມອີກ.

ແຫຼ່ງຂໍ້ມູນ: MediaLAOS